ໂທລະເລກອວຍພອນຈາກການນຳບັນດາປະເທດທີ່ສົ່ງເຖິງການນຳຂັ້ນສູງຫວຽດນາມ

(VOVWORLD) -ເນື່ອງໃນໂອກາດທ່ານ ຫງວຽນຊວັນຟຸກ ໄດ້ຮັບການເລືອກຕັ້ງເປັນປະທານປະເທດແຫ່ງສສ.ຫວຽດນາມ, ທ່ານປະທານປະເທດສ.ກຸຍບາ Miguel Diaz-Canel ໄດ້ສົ່ງໂທລະເລກອວຍພອນ.

ໃນໂທລະເລກອວຍພອນໄດ້ຢືນຢັນຄວາມປາດຖະໜາຢາກເພີ່ມທະວີບັນດາການພົວພັນ 2 ຝ່າຍກວ່າອີກ, ບົນພື້ນຖານການສະໜັບສະໜູນໂດຍບໍ່ຕ້ອງມີເງື່ອນໄຂໃດໆ, ມີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງເຊິ່ງກັນແລະ ກັນ ແລະ ຄວາມສາມັກຄີທີ່ເປັນເອກະລັກໃຫ້ແກ່ສາຍພົວພັນລະຫວ່າງ 2 ປະເທດຫວຽດນາມ - ກຸຍບາ.

        ເນື່ອງໃນໂອກາດນີ້, ກະສັດກາຕາ, ຮອງກະສັດແຫ່ງກາຕາ; ປະທານາທິບໍດີ Maldives; ທ່ານເລຂາທິການໃຫຍ່ອາຊຽນ ກໍ່ໄດ້ສົ່ງໂທລະເລກອວຍພອນເຖິງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ.

        ເນື່ອງໃນໂອກາດທ່ານ ຟ້າມມິງຈິ໊ງ ໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີຫວຽດນາມ, ທ່ານນາຍົກລັດຖະມົນຕີກຸຍບາ Manuel Marrero Cruz ໄດ້ສົ່ງໂທລະເລກອວຍພອນ. ທ່ານນາຍົກລັດຖະມົນຕີກຸຍບາ ຢືນຢັນຄວາມປາດຖະໜາຢາກພັດທະນາບັນດາໂຄງການໃນທຸກຂົງເຂດເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈໃນອະນາຄົດ. ທ່ານນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງພາຍໃນລັດກາຕາ; ທ່ານນາຍົກລັດຖະມົນຕີສ.ເຊັກໂກ; ທ່ານປະທານາທິບໍດີ Maldives; ທ່ານເລຂາທິການໃຫຍ່ອາຊຽນ ກໍ່ໄດ້ສົ່ງໂທລະເລກອວຍພອນເຖິງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເຊັ່ນດຽວກັນ.

        ເນື່ອງໃນໂອກາດທ່ານ ເວືອງດິ່ງເຫ້ວ ໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດຫວຽດນາມ, ທ່ານປະທານສະພາແຫ່ງຊາດກຸຍບາ Esteban Lazo Hernandez ໄດ້ສົ່ງໂທລະເລກມາອວຍພອນ. ໃນໂທລະເລກອວຍພອນ, ທ່ານປະທານສະພາແຫ່ງຊາດກຸຍບາ ເຊື່ອໝັ້ນວ່າ, ການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງສະພາແຫ່ງຊາດ 2 ປະເທດເວົ້າສະເພາະ ແລະ ລະຫວ່າງ 2 ປະເທດເວົ້າລວມ ຈະນັບມື້ນັບໄດ້ຮັບການຍູ້ແຮງໃນໄລຍະຈະມາເຖິງ.

        ທ່ານປະທານສະພາແຫ່ງສະຫະພັນສະພາແຫ່ງຊາດລັດເຊຍ Valentina Matviyenko ກໍໄດ້ສົ່ງໂທລະເລກອວຍພອນທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ. ໃນໂທລະເລກອວຍພອນ, ທ່ານ Valentina Matviyenko ເຊື່ອໝັ້ນວ່າ, ການຮ່ວມມືລວມລະຫວ່າງສະພາແຫ່ງຊາດ 2 ຝ່າຍໃນຫຼາຍປີຜ່ານມາ ແມ່ນພື້ນຖານຢ່າງໝັ້ນແກ່ນໃຫ້ແກ່ການພັດທະນາ 2 ຝ່າຍ, ກໍຄືການສົມທົບກັນລະຫວ່າງ 2 ປະເທດຢູ່ບັນດາເວທີປາໄສສາກົນ, ປະກອບສ່ວນປັບປຸງຄວາມສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນອາຊີ-ປາຊີຟິກ.

 

ຕອບກັບ

ຂ່າວ/ບົດ​ອື່ນ