ໂທລະເລກອວຍພອນເນື່ອງໃນໂອກາດ ສະເຫຼີມສະຫຼອງ 232 ປີແຫ່ງວັນຊາດ ອົດສະຕາລີ

(VOVWORLD) -ໃນໂທລະເລກອວຍພອນສະບັບຕ່າງໆ, ການນຳຫວຽດນາມ ໄດ້ອວຍພອນບັນດາຜົນງານໃນທຸກດ້ານຂອງ ອົດສະຕາລີ ໃນຊຸມປີທີ່ຜ່ານມາ, ຕີລາຄາສູງ ບົດບາດ ແລະ ການປະກອບສ່ວນທີ່ຕັ້ງໜ້າ ຂອງ ອົດສະຕາລີ ຕໍ່ພາກພື້ນ ອາຊີ - ປາຊີຝິກ ແລະ ໂລກ.

        ເນື່ອງໃນໂອກາດສະເຫຼີມສະຫຼອງ 232 ປີ ແຫ່ງວັນຊາດ ອົດສະຕາລີ (26 ມັງກອນ 1788 – 26 ມັງກອນ 2020), ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝຸຈ້ອງ ໄດ້ສົ່ງໂທລະເລກອວຍພອນໄປຍັງ ທ່ານ David Hurley ຜູ້ມີອໍານາດເຕັມແຫ່ງອົດສະຕາລີ , ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ສົ່ງໂທລະເລກອວຍພອນໄປຍັງ ທ່ານ Scott Morrison ນາຍົກລັດຖະມົນຕີ ອົດສະຕາລີ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ສົ່ງ ໂທລະເລກອວຍພອນ ໄປຍັງ ທ່ານ Scott Ryan ປະທານສະພາສູງ ອົດສະຕາລີ ແລະ ທ່ານ Tony Smith ປະທານສະພາຕ່ຳ ອົດສະຕາລີ.

        ໃນໂທລະເລກອວຍພອນສະບັບຕ່າງໆ, ການນຳຫວຽດນາມ ໄດ້ອວຍພອນບັນດາຜົນງານໃນທຸກດ້ານຂອງ ອົດສະຕາລີ ໃນຊຸມປີທີ່ຜ່ານມາ, ຕີລາຄາສູງ ບົດບາດ ແລະ ການປະກອບສ່ວນທີ່ຕັ້ງໜ້າ ຂອງ ອົດສະຕາລີ ຕໍ່ພາກພື້ນ ອາຊີ - ປາຊີຝິກ ແລະ ໂລກ, ພ້ອມທັງຢັ້ງຢືນຄວາມປາດຖະໜາຢາກ ເພີ່ມທະວີການຮ່ວມມື ເພື່ອແນໃສ່ນຳການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອົດສະຕາລີພັດທະນາຢ່າງບໍ່ຢຸດຢັ້ງ ແລະ ນັບມື້ນັບເຂົ້າສູ່ລວງເລິກ.

ຕອບກັບ

ຂ່າວ/ບົດ​ອື່ນ