ໂປຼແກຼມ ກົກໆບັນລຸມາດຖານພື້ນຖານດີຈີຕອນຮັບໃຊ້ປະຊາຊົນປີ 2022

(VOVWORLD) - ປຼແກຼມ ກົກໆ ໄດ້ຮັບການຮູ້ຈັກເຖິງແມ່ນໜຶ່ງໃນບັນດາອຸປະກອນຄົ້ນຫາ Make in Vietnam ທີ່ມີຈຳນວນຜູ້ໃຊ້ຫຼາຍກ່ວາ 28 ລ້ານຄົນ ໃນຍອດຈຳນວນກ່ວາ 70 ລ້ານຄົນທີ່ນຳໃຊ້ອິນເຕີເນັດຢູ່ ຫວຽດນາມ.
ໂປຼແກຼມ ກົກໆບັນລຸມາດຖານພື້ນຖານດີຈີຕອນຮັບໃຊ້ປະຊາຊົນປີ 2022 - ảnh 1ພິທີໄດ້ຈັດຂຶ້ນຢູ່ຮ່າໂນ້ຍ ໃນວັນທີ 7 ຕຸລາ (ພາບ: Vietnam+)

ຕອນເຊົ້າວັນທີ 7 ຕຸລາ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ປະກາດ “ໂປຼແກມ ຄົ້ນຫາ ກົກໆ” ບັນລຸໄດ້ມາດຖານພື້ນຖານດີຈີຕອນຮັບໃຊ້ປະຊາຊົນປີ 2022. ໂປຼແກມ ກົກໆ ອາດຈະສືບຕໍ່ໜູນຊ່ວຍປະຊາຊົນນຳໃຊ້, ສ້າງສຳເລັດບັນດາສຳເນົາເອກະສານຕີລາຄາ, ເພື່ອແນໃສ່ຕອບສະໜອງວັນຫັນເປັນດີຈີຕອນແຫ່ງຊາດ ຄືວັນທີ 10 ຕຸລາ, ປະກອບສ່ວນປະຕິບັດ “ໂຄງການຫັນເປັນດີຈີຕອນແຫ່ງຊາດຮອດປີ 2025, ກຳນົດທິດຮອດປີ 2030”.

        ໂປຼແກຼມ ກົກໆ ໄດ້ຮັບການຮູ້ຈັກເຖິງແມ່ນໜຶ່ງໃນບັນດາອຸປະກອນຄົ້ນຫາ Make in Vietnam ທີ່ມີຈຳນວນຜູ້ໃຊ້ຫຼາຍກ່ວາ 28 ລ້ານຄົນ ໃນຍອດຈຳນວນກ່ວາ 70 ລ້ານຄົນທີ່ນຳໃຊ້ອິນເຕີເນັດຢູ່ ຫວຽດນາມ. ທ່ານ ຫງວຽນຮຸຍຢູ້ງ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ, ຕີລາຄາວ່າ:

        “ຜູ້ໃຊ້ອິນເຕີເນັດ ຫວຽດນາມ 70 ລ້ານຄົນມີຄວາມຕ້ອງການຄືກັບຄວາມຕ້ອງການຂອງຜູ້ໃຊ້ອິນເຕີເນັດໃນທົ່ວໂລກ, ຍ້ອນອິນເຕີເນັດແມ່ນເຄືອຂ່າຍທົ່ວໂລກ, ແຕ່ຜູ້ໃຊ້ອິນເຕີເນັດຢູ່ ຫວຽດນາມ 70 ລ້ານມີຄວາມຕ້ອງການສະເພາະຄົນ ຫວຽດນາມ. ຕົວຢ່າງຄືການຄົ້ນຫາການບໍລິການສາທາລະນະ, ດັ່ງນັ້ນ, ເຄື່ອງຈັກການຄົ້ນຫາຢູ່ຕະຫຼາດ ຫວຽດນາມ ຈຶ່ງເຂົ້າໃຈໄດ້ວ່າຊາວ ຫວຽດນາມ ຕ້ອງການຄົ້ນຫາຫຍັງ, ໂປຼແກມ ການຄົ້ນຫາໃນໂລກບໍ່ສາມາດຕອບສະໜອງຄວາມຕ້ອງການນີ້ໄດ້. ຂ້າພະເຈົ້າຮັບຮູ້ ແລະ ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງ ກົກໆ”.

 

ຕອບກັບ

ຂ່າວ/ບົດ​ອື່ນ