ໂປໂລຍ ປິດປະຕູດ່ານຊາຍແດນກັບ ເບລາຣຸດ

(VOVWORLD) -Bobrowniki, ຫ່າງຈາກນະຄອນຫຼວງ Warszawa ຂອງ ໂປໂລຍ ໄປທາງທິດຕາເວັນອອກສ່ຽງເໜືອ 200 ກມ, ແມ່ນໜຶ່ງໃນບັນດາດ່ານຊາຍແດນລະຫວ່າງ 2 ປະເທດ.
ໂປໂລຍ ປິດປະຕູດ່ານຊາຍແດນກັບ ເບລາຣຸດ - ảnh 1ການພົວພັນທີ່ເຄັ່ງຕຶງລະຫວ່າງ ໂປໂລຍ ແລະ ເບລາຣຸດ ສືບຕໍ່ປິນຂັ້ນໄດໃນວັນທີ 08 ກຸມພາ
(ພາບປະກອບ: AFP/TTXVN)

        ວັນທີ 09 ກຸມພາ, ທ່ານລັດຖະມົນຕີກະຊວງພາຍໃນ ໂປໂລຍ Mariusz Kaminski ໃຫ້ຮູ້ວ່າ, ໂປໂລຍ ຈະປິດປະຕູດ່ານຊາຍແດນ Bobrowniki ກັບ ເບລາຣຸດ ຮອດເວລາມີແຈ້ງການໃໝ່. Bobrowniki, ຫ່າງຈາກນະຄອນຫຼວງ Warszawa ຂອງ ໂປໂລຍ ໄປທາງທິດຕາເວັນອອກສ່ຽງເໜືອ 200 ກມ, ແມ່ນໜຶ່ງໃນບັນດາດ່ານຊາຍແດນລະຫວ່າງ 2 ປະເທດ. ການພົວພັນທີ່ເຄັ່ງຕຶງລະຫວ່າງ ໂປໂລຍ ແລະ ເບລາຣຸດ ສືບຕໍ່ປິນຂັ້ນໄດໃນວັນທີ 08 ກຸມພາ ເມື່ອນັກຂ່າວເຊື້ອຊາດ ໂປໂລຍ ຖືກສານຂອງ ເບລາຣຸດ ຕັດສິນຈຳຄຸກ 8 ປີ. ຕາມທ່ານ Kaminski ແລ້ວ, ຍ້ອນເລື່ອງນັກຂ່າວຜູ້ນີ້ຖືກຕັດສິນລົງໂທດຈຳຄຸກ, ສະນັ້ນ ທ່ານຈະສະເໜີໃຫ້ລັດຖະບານປະເທດນີ້ເປີດກວ້າງບັນຊີລົງໂທດຕໍ່ ເບລາຣຸດ. ປະຈຸບັນ, ກະຊວງການຕ່າງປະເທດ ເບລາຣຸດ ກໍຄືສະຖານທູດ ເບລາຣຸດ ປະຈຳ Warszawa ຍັງບໍ່ທັນຍົກອອກຈຳຄຳຄິດເຫັນໃດກ່ຽວກັບຂໍ້ມູນຂ່າວດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ