ໂປໂລຍ ເບີກຈ່າຍຈຳນວນເງິນກວ່າ 2,5 ລ້ານ USD ເພື່ອປັບປຸງເຂດຊາຍແດນທາງທິດຕາເວັນອອກ

(VOVWORLD) - ປະເທດນີ້ຈະເບີກຈ່າຍຈຳນວນເງິນກວ່າ 2,3 ຕື້ເອີໂລ (2,5 ລ້ານ USD) ເພື່ອປັບປຸງເຂດຊາຍແດນທາງທິດຕາເວັນອອກ, ກໍ່ແມ່ນທິດຕາເວັນອອກຂອງສະຫະພາບ ເອີລົບ (ອີຢູ).
ໂປໂລຍ ເບີກຈ່າຍຈຳນວນເງິນກວ່າ 2,5 ລ້ານ USD ເພື່ອປັບປຸງເຂດຊາຍແດນທາງທິດຕາເວັນອອກ - ảnh 1ທ່ານນາຍົກລັດຖະມົນຕີ ໂປໂລຍ Donald Tusk
(ພາບ: PAP/TTXVN)

ວັນທີ 18 ພຶດສະພາ, ທ່ານນາຍົກລັດຖະມົນຕີ ໂປໂລຍ Donald Tusk ໄດ້ແຈ້ງໃຫ້ຊາບວ່າ, ປະເທດນີ້ຈະເບີກຈ່າຍຈຳນວນເງິນກວ່າ 2,3 ຕື້ເອີໂລ (2,5 ລ້ານ USD) ເພື່ອປັບປຸງເຂດຊາຍແດນທາງທິດຕາເວັນອອກ, ກໍ່ແມ່ນທິດຕາເວັນອອກຂອງສະຫະພາບ ເອີລົບ (ອີຢູ). ທ່ານຊີ້ແຈ້ງວ່າ, ໂປໂລຍ ໄດ້ຕົກລົງ ລົງທຶນຈຳນວນເງິນ 2,3 ຕື້ເອີໂລ ໃຫ້ແກ່ຄວາມໝັ້ນຄົງແຫ່ງຊາດ ແລະ ຍິ່ງກວ່ານັ້ນແມ່ນເພື່ອຮັບປະກັນໃຫ້ເຂດທາງທິດຕາເວັນອອກ ແລະ ເອີ້ນນີ້ແມ່ນ “ກຳແພງທາງທິດຕາເວັນອອກ”. ເຂດຊາຍແດນທາງທິດຕາເວັນອອກຂອງ ໂປໂລຍ ຕິດກັບ ເບລາຣຸດ, ຢູແກຼນ ແລະ ເຂດ Kaliningrad ຂອງ ລັດເຊຍ.

ນັບແຕ່ເກີດການປະທະກັນລະຫວ່າງ ລັດເຊຍ ແລະ ຢູແກຼນ ໃນເດືອນ ກຸນພາ 2022, ໂປໂລຍ ໄດ້ເປີດເສັ້ນທາງເປັນກາງຂົນສົ່ງອາວຸດໂດຍບັນດາພັນທະມິດຝ່າຍ ຕາເວັນຕົກ ທີ່ສະໜອງໃຫ້ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ