ໂປ​ໂລຍ ເລີ່ມ​ລົງ​ມື​ກໍ່​ສ້າງ​ກຳ​ແພງ​ຊາຍ​ແດນ​ກັບ ເບ​ລາ​ຣຸດ

(VOVWORLD) - ຜູ້ຮັບເໝົາກໍ່ສ້າງ ໂປໂລຍ ໄດ້ເລີ່ມລົງມືກໍ່ສ້າງກຳແພງຊາຍແດນ ທີ່ມີຄວາມຍາວ 186 ກິໂລແມັດ ລຽບຕາມຊາຍແດນຕິດກັບ ເບລາຣຸດ ແນໃສ່ສະກັດກັ້ນກະແສຟອງຊາວອົບພະຍົບຫຼັ່ງໄຫຼເຂົ້າມາປະເທດນີ້ ແລ້ວໄປຍັງບັນດາປະເທດເອີຣົບຕໍ່.

ໂປ​ໂລຍ ເລີ່ມ​ລົງ​ມື​ກໍ່​ສ້າງ​ກຳ​ແພງ​ຊາຍ​ແດນ​ກັບ ເບ​ລາ​ຣຸດ - ảnh 1ວັນທີ 25 ມັງກອນ, ຜູ້ຮັບເໝົາກໍ່ສ້າງ ໂປໂລຍ ໄດ້ເລີ່ມລົງມືກໍ່ສ້າງກຳແພງຊາຍແດນ ຕິດກັບ ເບລາຣຸດ (ພາບ:AFP/TTXVN)

 ວັນທີ 25 ມັງກອນ, ຜູ້ຮັບເໝົາກໍ່ສ້າງ ໂປໂລຍ ໄດ້ເລີ່ມລົງມືກໍ່ສ້າງກຳແພງຊາຍແດນ ທີ່ມີຄວາມຍາວ 186 ກິໂລແມັດ ລຽບຕາມຊາຍແດນຕິດກັບ ເບລາຣຸດ ແນໃສ່ສະກັດກັ້ນກະແສຟອງຊາວອົບພະຍົບຫຼັ່ງໄຫຼເຂົ້າມາປະເທດນີ້ ແລ້ວໄປຍັງບັນດາປະເທດເອີຣົບຕໍ່.

        ຄາດວ່າໂຄງການດັ່ງກ່າວຈະສຳເລັດໃນເດືອນ ມິຖຸນາ ຈະມາເຖິງ. ປັດຈຸບັນ, ເຂດຊາຍແດນນີ້ ພວມກັ້ນດ້ວຍຮົ້ວເຫຼັກໜາມ. ໂຄງການນີ້ ໄດ້ເຮັດໃຫ້ເກີດມີຄວາມວິຕົກກັງວົນຕໍ່ສິດຂໍລີ້ໄພຂອງຊາວອົບພະຍົບຈຳນວນໜຶ່ງ ກໍຄື ຜົນສະທ້ອນຂອງໂຄງການກໍ່ສ້າງທີ່ມີຕໍ່ສິ່ງແວດລ້ອມປ່າຮົກເຮື້ອທີ່ຢູ່ລຽບຕາມເສັ້ນຊາຍແດນ. ຄາດວ່າ ໂຄງການມີມູນຄ່າການກໍ່ສ້າງທັງໝົດ 407 ລ້ານ USD.

ຕອບກັບ

ຂ່າວ/ບົດ​ອື່ນ