ໂປ​ໂລຍ ແລະ ຢູ​ແກຼນ ບັນ​ລຸ​ໄດ້​ໝາກ​ຜົນ​ບຸກ​ທະ​ລຸ​ໃນ​ການ​ຂົນ​ສົ່ງ​ທັນ​ຍາ​ພືດ​ໄປ​ຍັງ​ປະ​ເທດ​ທີ 3

(VOVWORLD) - ການສົ່ງອອກທັນຍາພືດຂອງ ຢູແກຼນ ໃຫ້ບັນດາຕະຫຼາດຢູ່ ອາຟະລິກາ ແລະ ຕາເວັນອອກກາງ ຈະຖືກກວດກາຢູ່ທ່າກ່ຳປັ່ນ ລິດວາ, ແລ້ວຂົນສົ່ງຜ່ານປະເທດ ໂປໂລຍ ໂດຍກົງ.
ໂປ​ໂລຍ ແລະ ຢູ​ແກຼນ ບັນ​ລຸ​ໄດ້​ໝາກ​ຜົນ​ບຸກ​ທະ​ລຸ​ໃນ​ການ​ຂົນ​ສົ່ງ​ທັນ​ຍາ​ພືດ​ໄປ​ຍັງ​ປະ​ເທດ​ທີ 3 - ảnh 1ທັນຍາພືດຈຳນວນຫຼາຍໄດ້ໄວ້ຢູ່ທ່າກ່ຳປັ່ນ Izmail, ເຂດ Odesa, ຢູແກຼນ ໃນວັນທີ 22/7/2023 (ພາບ: AFP/TTXVN)

ວັນທີ 03 ຕຸລາ, ວົງການເຈົ້າໜ້າທີ່ ໂປໂລຍ ແລະ ຢູແກຼນ ຖະແຫຼງວ່າ ສອງຝ່າຍໄດ້ເຫັນດີຍູ້ໄວການເຄື່ອນໄຫວຂົນສົ່ງທັນຍາພືດຂອງ ຢູແກຼນ ຜ່ານ ໂປໂລຍ ໄປຍັງປະເທດທີ 3. ນີ້ແມ່ນບາດກ້າວທຳອິດໃນວິວັດທະນາການແກ້ໄຂຂໍ້ຂັດແຍ້ງລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງກ່ຽວກັບບັນຫາທັນຍາພືດ.

        ຕາມຂໍ້ຕົກລົງລະຫວ່າງ 3 ປະເທດ: ໂປໂລຍ, ຢູແກູນ ແລະ ລິດວາ, ການສົ່ງອອກທັນຍາພືດຂອງ ຢູແກຼນ ໃຫ້ບັນດາຕະຫຼາດຢູ່ ອາຟະລິກາ ແລະ ຕາເວັນອອກກາງ ຈະຖືກກວດກາຢູ່ທ່າກ່ຳປັ່ນ ລິດວາ, ແລ້ວຂົນສົ່ງຜ່ານປະເທດ ໂປໂລຍ ໂດຍກົງ. ແທນທີ່ຕ້ອງຜ່ານການກວດກາຢູ່ຊາຍແດນ ໂປໂລຍ - ຢູແກຼນ ຄືກ່ອນນີ້. ການຂົນສົ່ງນີ້ ຈະໄດ້ເລີ່ມປະຕິບັດແຕ່ວັນທີ 04 ຕຸລາ ຕາມເວລາທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ