ໂປ​ໂລຍ ແລະ ສ.ເຊັກ​ໂກ ໜ​ູນ​ຊ່ວຍ ຫວຽດ​ນາມ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ໃນຂະນະນັ້ນ, ຄາດວ່າ, ວັກຊິນກັນໂຄວິດ - 19 ລວມ 250.000 ໂດສຂອງ ສ.ເຊັກໂກ ຈະມາຮອດ ຫວຽດນາມ ໃນອາທິດຈະມາເຖິງ. ສ.ເຊັກໂກ ກໍ່ມອບໂອນວັກຊິນ 500.000 ໂດສ ພ້ອມກັບຊຸດວິໄຈຫາເຊື້ອໄວຈຳນວນໜຶ່ງໃຫ້ແກ່ ຫວຽດນາມ ເພື່ອຕ້ານໂລກລະບາດໂຄວິດ - 19.



ໂປ​ໂລຍ ແລະ ສ.ເຊັກ​ໂກ ໜ​ູນ​ຊ່ວຍ ຫວຽດ​ນາມ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19  - ảnh 1ມີວັກຊິນກັນໂຄວິດ - 19 Astra Zeneca ກ່ວາ 500.000 ລ້ານໂດສໂດຍລັດຖະບານ ໂປໂລຍໜູນຊ່ວຍໃຫ້ແກ່ ຫວຽດນາມ ຈະມາຮອດນະຄອນໂຮ່ຈີມິນໃນວັນທີ 21 ສິງຫາ

ວັນທີ 20 ສິງຫາ, ຢູ່ສະໜາມບິນ Warsaw Chopin, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂປໂລຍ ຫງວຽນຮຸ່ງ ໄດ້ເຂົ້າຮ່ວມພິທີມອບຮັບວັກຊິນກັນໂຄວິດ - 19  Astra Zeneca ກ່ວາ 500.000 ໂດສ ໂດຍໂປໂລຍໜູນຊ່ວຍໃຫ້ແກ່ ຫວຽດນາມ. ງວດວັກຊິນນີ້ ມາຮອດນະຄອນໂຮ່ຈີມິນ ໃນວັນທີ 21 ສິງຫາ, ໃນອາທິດຈະມາເຖິງ, ໂປໂລຍ ຈະສົ່ງໃຫ້ ຫວຽດນາມ ອຸປະກອນການແພດ ແລະ ຊຸດກັນເຊື້ອພະຍາດກ່ວາ 8 ໂຕນ  ເພື່ອຮັບໃຊ້ໃຫ້ແກ່ການເຄື່ອນໄຫວປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ຜູ້ຕາງໜ້າກົມສະສົມສຳຮອງຍຸດທະສາດແຫ່ງຊາດ ໂປໂລຍ ຢັ້ງຢືນວ່າ ອົງການນີ້ຈະສົມທົບກັບບັນດາອົງການທີ່ມີໜ້າທີ່ຄວາມຮັບຜິດຊອບຂອງສອງປະເທດ ເພື່ອສາມາດຈະຂົນສົ່ງງວດວັກຊິນ 3 ລ້ານໂດສໃຫ້ແກ່ ຫວຽດນາມ ໂດຍໄວ.

ໃນຂະນະນັ້ນ, ຄາດວ່າ, ວັກຊິນກັນໂຄວິດ - 19 ລວມ 250.000 ໂດສຂອງ ສ.ເຊັກໂກ ຈະມາຮອດ ຫວຽດນາມ ໃນອາທິດຈະມາເຖິງ. ສ.ເຊັກໂກ ກໍ່ມອບໂອນວັກຊິນ 500.000 ໂດສ ພ້ອມກັບຊຸດວິໄຈຫາເຊື້ອໄວຈຳນວນໜຶ່ງໃຫ້ແກ່ ຫວຽດນາມ ເພື່ອຕ້ານໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ