ໂປ​ໂລຍ​ຈະ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ ປະທາ​ນາ​ທິ​ບໍ​ດີ​ຮອບ​ທີ 2

(VOVWORLD) -ຕາມໝາກຜົນຂອງການຢັ່ງຫາງສຽງຂອງ Ipsos ແລ້ວ, ທ່ານ Andrzej Duda ໄດ້ນຳໜ້າດ້ວຍອັດຕາບັດສະໜັບສະໜູນແມ່ນ 41.8%, ໃນຂະນະນັ້ນ ທ່ານ Rafal Trzaskowski ຢືນຢູ່ອັນດັບທີ 2 ດ້ວຍອັດຕາບັດສະໜັບສະໜູນແມ່ນ 30,4%.
ໂປ​ໂລຍ​ຈະ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ ປະທາ​ນາ​ທິ​ບໍ​ດີ​ຮອບ​ທີ 2 - ảnh 1ທ່ານ Andrzej Duda ປະທານາທິບໍດີໂປໂລຍ ແລະ ທ່ານ Rafal Trzaskowski ຜູ້ສະໝັກເລືອກຕັ້ງຂຶ້ນກັບພັກຝ່າຍຄ້ານ (PO) (ພາບ: PAP/TTXVN) 

ວັນທີ 28 ມິຖຸນາ, ອົງການຄົ້ນຄ້ວາ Ipsos ໄດ້ປະກາດໝາກຜົນຂອງການຢັ່ງຫາງສຽງຢູ່ນອກຫ້ອງປ່ອນບັດເລືອກຕັ້ງປະທານາທິບໍດີໂປໂລຍທີ່ດຳເນີນໃນວັນດຽວກັນ ໂດຍສະແດງໃຫ້ເຫັນວ່າ, ທ່ານ Andrzej Duda ປະທານາທິບໍດີໂປໂລຍ ແລະ ທ່ານ Rafal Trzaskowski ຜູ້ສະໝັກເລືອກຕັ້ງຂຶ້ນກັບພັກຝ່າຍຄ້ານ (PO) ລ້ວນແຕ່ບໍ່ບັນລຸໄດ້ຈຳນວນບັດຫຼາຍກ່ວາເຄິ່ງໜຶ່ງ ແລະ ຈະສູ້ຢັນກັນໃນຮອບເລືອກຕັ້ງທີ 2, ຄາດວ່າຈະດຳເນີນໃນເດືອນກໍລະກົດຈະມາເຖິງ.

ການເລືອກຕັ້ງຈະດຳເນີນໃນລະຫວ່າງເວລາ 7 ໂມງ 00 ນາທີ - 21 ໂມງ 00 ນາທີຂອງວັນທີ 28 ມິຖຸນາ ຕາມເວລາທ້ອງຖິ່ນ. ຕາມໝາກຜົນຂອງການຢັ່ງຫາສຽງຂອງ Ipsos ແລ້ວ, ທ່ານ Andrzej Duda ໄດ້ນຳໜ້າດ້ວຍອັດຕາບັດສະໜັບສະໜູນແມ່ນ 41.8%, ໃນຂະນະນັ້ນ ທ່ານ Rafal Trzaskowski ຢືນຢູ່ອັນດັບທີ 2 ດ້ວຍອັດຕາບັດສະໜັບສະໜູຍແມ່ນ 30,4%.

ຕອບກັບ

ຂ່າວ/ບົດ​ອື່ນ