ໂມງ​ໜ່ວຍ​ໂລກປີ 2020 - ຈຸ​ດ​ເວລາ​ແຫ່ງ​ຄວາມ​ສາມັກຄີ​ທົ່ວ​ໂລກ​ໃນ​ສະພາບ​ເກີດ​ມະຫາໂລກລະບາດ​

(VOVWORLD) -ໂດຍຖືກດໍາເນີນໃນສະພາບໂລກລະບາດໂຄວິດ - 19 ພວມແຜ່ລະບາດໃນທົ່ວໂລກ, ໂມງໜ່ວຍໂລກປີນີ້ ເປັນຂີດໝາຍຈຸດເວລາແຫ່ງຄວາມສາມັກຄີທົ່ວໂລກ, ຂະນະທີ່ມີຫຼາຍກວ່າ 180 ປະເທດ ແລະ ເຂດແຄວ້ນ ພ້ອມກັນຈັດຕັ້ງບັນດາເຫດການທາງອອນລາຍ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ຜູ້ເຂົ້າຮ່ວມ ແລະ ສະແດງໃຫ້ເຫັນນໍ້າໃຈສາມັກຄີກັບບັນດາຄົນເຈັບຕິດໂຄວິດ - 19 ກໍຄື ຖັນແຖວພາລະກອນການແພດພວມເຮັດວຽກຕະຫຼອດວັນ ແລະ ຄືນ ເພື່ອກອບກູ້ເອົາຊີວິດມະນຸດ.

        ໂດຍແຕກຕ່າງກັບທຸກໆປີ, ໂມງໜ່ວຍໂລກປີ 2020 ໄດ້ຫັນຈາກຈຸດໃຈກາງ “ປ່ຽນແປງດິນຟ້າອາກາດ” ມາສູ່ “ສູນເສຍຊີວະນາໆພັນ”. ຜ່ານນັ້ນໄດ້ຮຽກຮ້ອງບັນດາລັດຖະບານ , ວິສາຫະກິດ, ສ່ວນບຸກຄົນ ຈົ່ງມີການກະທໍາ ເພື່ອແກ້ໄຂຜົນກະທົບທີ່ບໍ່ດີສໍາລັບຊີວະນາໆພັນ.

        ຢູ່ຫວຽດນາມ, ຕອນຄໍ່າວັນທີ 28 ມີນາ, ຢູ່ຫຼາຍທ້ອງຖິ່ນ ໄດ້ຕັ້ງໜ້າຕອບສະໜອງບັ້ນເຄື່ອນໄຫວ ຊົ່ວໂມງໜ່ວຍໂລກ. ຢູ່ນະຄອນໂຮ່ຈີມິນ, ບັນດາສະຖານທີ່ຄື ສໍານັກງານ, ຄະນະກໍາມະການປະຊາຊົນນະຄອນ, ໂຮງແຮມຫຼາຍແຫ່ງ ແລະ ອາຄານໃຫຍ່ຫຼາຍຊັ້ນ ກໍໄດ້ມອດໄຟເພື່ອຕອບສະໜອງ. ສ່ວນຢູ່ແຂວງກອນຕຸມ, ແຕ່ເວລາ 20ໂມງ 30 ນາທີ ຫາ 21 ໂມງ 30 ນາທີ, ລະບົບໄຟເຍືອງທາງຢູ່ທຸກໆບ່ອນກໍໄດ້ມອດ ເພື່ອຕອບສະໜອງເຫດການນີ້. ທ່ານໂດ໋ວັນຢາບ, ຮອງຜູ້ອໍານວຍການບໍລິສັດໄຟຟ້າ ກອນຕຸມ ໃຫ້ຮູ້ວ່່າ:

        “ດ້ວຍການຜັນແປທີ່ສັບສົນຂອງໂຄວິດ - 19, ດ້ວຍຈິດໃຈເພື່ອສຸຂະພາບຂອງວົງຄະນະຍາດ, ທາງບໍລິສັດໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວໂຄສະນາສື່ສານດ້ວຍຮູບການທາງອອນລາຍ, ໂທລະພາບ, ສື່ສັງຄົມ... ພິເສດ, ບໍ່ຈັດຕັ້ງເຫດການທີ່ເຕົ້າໂຮມຫຼາຍຄົນ”. 

ຕອບກັບ

ຂ່າວ/ບົດ​ອື່ນ