ໂມຊຳບິກ ຊົມເຊີຍວິສາຫະກິດ ຫວຽດນາມ ເຂົົ້າມາລົງທຶນດຳເນີນທຸລະກິດ

(VOVWORLD) - ທີ່ການຕ້ອນຮັບທ່ານ ເລຮຸຍຮ່ວາງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂມຊຳບິກ,
ໂມຊຳບິກ ຊົມເຊີຍວິສາຫະກິດ ຫວຽດນາມ ເຂົົ້າມາລົງທຶນດຳເນີນທຸລະກິດ - ảnh 1ທ່ານນາຍົກລັດຖະມົນຕີ ໂມຊຳບິກ Carlos Agostinho do Rosario ຕ້ອນຮັບທ່ານ ເລຮຸຍຮ່ວາງ (ພາບ: Vietnam+) 

ວັນທີ 04 ກໍລະກົດ, ທ່ານນາຍົກລັດຖະມົນຕີ ໂມຊຳບິກ Carlos Agostinho do Rosario ຕີລາຄາສູງການໜູນຊ່ວຍຫລາຍດ້ານຂອງ ຫວຽດນາມ ທີ່ສະຫງວນໃຫ້ ໂມຊຳບິກ ໃນຫລາຍປີຜ່ານມາ; ຊົມເຊີຍບັນດາຜົນງານປ່ຽນແປງໃໝ່ຂອງ ຫວຽດນາມ, ພິເສດ ແມ່ນວິວັດການປ່ຽນແປງໃໝ່ການພັດທະນາເສດຖະກິດ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ. ທ່ານນາຍົກລັດຖະມົນຕີ Carlos Agostinho do Rosario ປາດຖະໜາວ່າ ຫວຽດນາມ ຈະສືບຕໍ່ສົ່ງນັກຊ່ຽວຊານກ່ຽວກັບດ້ານກະສິກຳ, ສາທາລະນະສຸກ, ການສຶກສາ ເພື່ອແບ່ງປັນບົດຮຽນ ຊ່ວຍໂມຊຳບິກ ພັດທະນາເສດຖະກິດສັງຄົມ.

        ທ່ານນາຍົກລັດຖະມົນຕີ Carlos Agostinho do Rosario ກໍ່ຊົມເຊີຍບັນດາວິສາຫະກິດ ຫວຽດນາມ, ນັບທັງພາກເອກະຊົນເຂົ້າມາລົງທຶນ, ດຳເນີນທຸລະກິດຢູ່ ໂມຊຳບິກ, ໃນນັ້ນ ມີບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນພັດທະນາຫລາຍຢ່າງຄື: ຂຸດຄົ້ນແຮ່ທາດ “ຖ່ານຫີນ, ອາຍແກັດ”, ການປູກຝັງພືດທັນຍາຫານ, ອຸດສາຫະກຳຍາວນານ.

ຕອບກັບ

ຂ່າວ/ບົດ​ອື່ນ