ໂມຊຳບິກຍາມໃດກໍ່ຖືເປັນສຳຄັນແລະປາດຖະໜາຢາກຍູ້ແຮງການພົວພັນກັບຫວຽດນາມ

(VOVWORLD) -ວັນທີ 14 ພຶດສະພາ, ຢູ່ນະຄອນຫຼວງ Maputo, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳສ.ໂມຊຳບິກ ເລຮຸຍຮ່ວາງ ໄດ້ຍື່ນສານແຕ່ງຕັ້ງຕໍ່ທ່ານປະທານາທິບໍດີສ.ໂມຊຳບິກ Filipe Nyusi.

ໂມຊຳບິກຍາມໃດກໍ່ຖືເປັນສຳຄັນແລະປາດຖະໜາຢາກຍູ້ແຮງການພົວພັນກັບຫວຽດນາມ - ảnh 1ທ່ານເອກອັກຄະລັດຖະທູດເລຮຸຍຮ່ວາງ ຍື່ນສານແຕ່ງຕັ້ງຕໍ່ທ່ານປະທານາທິບໍດີສ.ໂມຊຳບິກ Filipe Nyusi 

(ພາບສະຖານທູດຫວຽດນາມ ປະຈຳໂມຊຳບິກ)

ພາຍຫຼັງພິທີຍື່ນສານແຕ່ງຕັ້ງ, ທ່ານປະທານາທິບໍດີ Filipe Nyusi ແລະ ທ່ານລັດຖະມົນຕີການຕ່າງປະເທດ Jose Pacheco ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ເລຮຸຍຮ່ວາງ.

      ທີ່ການຕ້ອນຮັບ, ທ່ານປະທານາທິບໍດີ Filipe Nyusi ປາດຖະໜາວ່າ, ການພົວພັນລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ ຈະມີບັນດາການພັດທະນາໃໝ່, ຕີລາຄາສູງ ແລະ ປາດຖະໜາວ່າ ຫວຽດນາມ ຈະສືບຕໍ່ສົ່ງນັກຊ່ຽວຊານດ້ານກະສິກຳ, ສາທາລະນະສຸກ, ການສຶກສາ ມາແບ່ງປັນບົດຮຽນ ເພື່ອຊ່ວຍໃຫ້ໂມຊຳບິກ ພັດທະນາເສດຖະກິດ, ສັງຄົມ, ປົກປັກຮັກສາຊັບພະຍາກອນສິ່ງແວດລ້ອມ… ທ່ານປະທານາທິບໍດີ Filipe Nyusi ຢືນຢັນວ່າ, ໂມຊຳບິກ ຍາມໃດກໍ່ສະໜັບສະໜູນ ແລະ ສົ່ງເສີມບັນດາການເຄືອນໄຫວດຳເນີນທຸລະກິດຂອງວິສາຫະກິດຫວຽດນາມ.

      ສ່ວນທ່ານເອກອັກຄະລັດຖະທູດ ເລຮຸຍຮ່ວາງ ຢືນຢັນວ່າ, ຫວຽດນາມ ຖືເປັນສຳຄັນເລື່ອງພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອກັບໂມຊຳບິກ ແລະ ປາດຖະໜາວ່າໃນອາຍຸການຂອງຕົນຈະມີການສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງປະເທດປະຈຳຖິ່ນ, ປະກອບສ່ວນຍູ້ແຮງການຮ່ວມມືລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ