ໂມຊຳບິກໝັ້ນໝາຍປົກປັກຮັກສາຄວາມປອດໄພໃຫ້ແກ່ການລົງທຶນຂອງຫວຽດນາມ

ໂມຊຳບິກໝັ້ນໝາຍປົກປັກຮັກສາຄວາມປອດໄພໃຫ້ແກ່ການລົງທຶນຂອງຫວຽດນາມ - ảnh 1
ທ່ານ ຫງວຽນ​ວັນ​ຈູງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ
 ປະ​ຈຳ ໂມ​ຊຳ​ບິກ
ພາບ:tgvn.com

(vovworld)-​ ໂມ​ຊຳ​ບິກ​ໝັ້ນ​ໝາຍ​ປົກ​ປັກ​ຮັກ​ສາ​ຄວາມ​ປອດ​ໄພ​ໃຫ້​ແກ່​ການ​ລົງ​ທຶນ​ຂອງ​ຫວຽດ​ນາມ ແລະ ຄວາມ​ປອດ​ໄພ​ໃຫ້​ແກ່​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ. ນີ້​ແມ່ນ​ຄຳ​ປາ​ໄສ​ຂອງ​ທ່ານ Jaime Montero, ລັດ​ຖະ​ມົນ​ຕີ​ວ່າ​ການກະ​ຊວງ​ພາຍ​ໃນ ໂມ​ຊຳ​ບິກ ທີ​່​ການ​ພົບ​ປະ​ກັບ​ທ່ານ ຫງວຽນ​ວັນ​ຈູງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ໂມ​ຊຳ​ບິກ ໃນ​ວັນ​ທີ 3/7 ຜ່ານ​ມາ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ວັນ​ຈູງ ຢືນ​ຢັນ: ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ຮ່ວມ​ມື​ລະ​ຫວ່າງ​ຂະ​ແຫນງ​ຕຳ​ຫລວດ​ສອງ​ປະ​ເທດ ແລະ ແຈ້ງ​ໃຫ້​ຝ່າຍ ໂມ​ຊຳ​ບິກ​ຊາບ ໃນ​ປີ 2015 ຫວຽດ​ນາມ ຈະ​ສືບ​ຕໍ່​ຮັບ​ຕຳ​ຫລວດ ໂມ​ຊຳ​ບິກ 50 ຄົນ ມາ​ເຂົ້າ​ຮ່ວມ​ບັນ​ດາ​ຊຸດ​ບຳ​ລຸງ​ສ້າງ​ສາ​ກົນ ຢູ່ ສະ​ຖາ​ບັນ​ຕຳ​ຫລວດ​ຂອງ​ຫວຽດ​ນາມ. ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການກະ​ຊວງ​ພາຍ​ໃນ ໂມ​ຊຳ​ບິກ ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ຕຳ​ຫລວດ​ສອງ​ປະ​ເທດ ເພື່ອ​ຜັນ​ຂະ​ຫຍາຍ​ສັນ​ຍາ​ຮ່ວມ​ມື​ກ່ຽວ​ກັບ​ການ​ປ້ອງ​ກັນ​ຕ້​ານ​ອາດ​ຊະ​ຍາ​ກຳ ແລະ ຂໍ້​ຕົກ​ລົງ​ຮ່ວມ​ມື​ກ່ຽວ​ກັບ​ການ​ບຳ​ລຸງ​ສ້າງ​ລະ​ຫວ່າງ​ສະ​ຖາ​ບັນ​ຕຳ​ຫລວດ​ສອງ​ປະ​ເທດ.

 

 

ຂ່າວ/ບົດ​ອື່ນ