ໂລກ ຢັ້ງຢືນ​ມີ​ຜູ້​ຕິດ​ເຊື້ອ​ໂຄ​ວິດ - 19 ກວ່າ 22 ລ້ານ​ຄົນ

(VOVWORLD) - ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 19 ສິງຫາ, ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຫຼາຍກວ່າ 22,3 ລ້ານຄົນ, ໃນນັ້ນ ມີ 783.000 ຄົນ ເສຍຊີວິດ.
ໂລກ ຢັ້ງຢືນ​ມີ​ຜູ້​ຕິດ​ເຊື້ອ​ໂຄ​ວິດ - 19 ກວ່າ 22 ລ້ານ​ຄົນ - ảnh 1 ພາບ ຢູ່ Los Angeles, California,ອາເມລິກາ (ພາບ: AFP/TTXVN)

        ປັດຈຸບັນ, ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19; ຖັດຈາກ ອາເມລິກາ ແມ່ນ ບຣາຊີນ, ເມັກຊີໂກ, ອິນເດຍ.

        ຖ້າຫາກຈັດຕາມລະດັບພາກພື້ນ, ອາເມເລິກາ ລາຕິນ ແລະ Caribe ແມ່ນບັນດາພາກພື້ນທີ່ຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດ; ຖັດຈາກນັ້ນແມ່ນ ເອີຣົບ, ອາເມລິກາ ແລະ ການາດາ.

        ຖ້າຫາກຈັດຕາມອັດຕາພົນລະເມືອງ, ແບນຊິກ ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ, ຖັດຈາກນັ້ນແມ່ນ ເປຣູ, ແອັດສະປາຍ, ອັງກິດ ແລະ ອີຕາລີ.


ຕອບກັບ

ຂ່າວ/ບົດ​ອື່ນ