ໂລກ​ກ່າວ​ປະ​ນາມ​ຢ່າງ​ແຮງ​ຕໍ່​ເຫດ​ບຸກ​ໂຈມ​ຕີ​ທີ່​ນອງ​ເລືອດ​ຢູ່ Kabul

(VOVWORLD) -ໂດຍກ່ຽວຂ້ອງເຖິງເຫດບຸກໂຈມຕີການກໍ່ການຮ້າຍ ຢູ່ນອກສະໜາມບິນສາກົນ Hamid Karzai ຢູ່ນະຄອນຫຼວງ Kabul ຂອງ ອາບການິດສະຖານ ທີ່ເກີດຂຶ້ນໃນຕອນຄ່ຳວັນທີ 26 ສິງຫາ ໂດຍເຮັດໃຫ້ນາຍທະຫານ ອາເມລິກາ 12 ຄົນ ເສຍຊີວິດ ແລະ 15 ຄົນຖືກຮັບບາດເຈັບ, ປະຊາຄົມສາກົນໄດ້ກ່າວປະນາມຢ່າງແຮງ.

ໂລກ​ກ່າວ​ປະ​ນາມ​ຢ່າງ​ແຮງ​ຕໍ່​ເຫດ​ບຸກ​ໂຈມ​ຕີ​ທີ່​ນອງ​ເລືອດ​ຢູ່ Kabul - ảnh 1ສະຖານທີ່ເກີດເຫດບຸກໂຈມຕີ (ພາບ: THX/TTXVN)

ສານຂອງວັງ Elysee ໄດ້ຄັດສະເໜີຄຳເວົ້າຂອງທ່ານປະທານາທິບໍດີ ຝລັ່ງ E. Macron ທີ່ສະແດງຄວາມເສົ້າສະຫຼົດໃຈຂອງ ທ່ານຕໍ່ ບັນດາຄອບຄົບຜູ້ປະສົບເຄາະຮ້າຍຊາວອາເມລິກາ ແລະ ຊາວ ອາບກະນິດສະຖານ, ສະແດງຄວາມສະໜັບສະໜູນຂອງທ່ານ ທີ່ສະຫງວນໃຫ້ແກ່ບັນດາຜູ້ຖືກຮັບບາດເຈັບ ແລະ ເຊີດຊູລັດທິວິລະຊົນຂອງ ບັນດາຜູ້ທີ່ພວມມີໜ້າຢູ່ພູມີປະເທດຕົວຈິງ ເພື່ອປະຕິບັດບັນດາການເຄື່ອນໄຫວຍົກຍ້າຍອົບພະຍົບ. ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ Dominic Raab ກໍ່ໄດ້ສົ່ງໂທລະເລກ  ໄປຍັງຄູ່ຮ່ວມຕຳແໜ່ງ ອາເມລິກາ ທ່ານ Antony Blinken ເພື່ອສະແດງຄວາມເສົ້າສະຫຼົດໃຈ ຕໍ່ບັນດາຜົນເສຍຫາຍຂອງກອງທັບ ອາເມລິກາ ໃນເຫດການກໍ່ການຮ້າຍດັ່ງກ່າວ. ໃນວັນທີ 26 ສິງຫາ, ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ກໍ່ໄດ້ກ່າວປະນາມຢ່າງແຮງເຫດບຸກໂຈມຕີ ແລະ ຖືວ່າ ນີ້ແມ່ນການກະທຳທີ່ຕ່ຳຊ້າ, ພ້ອມທັງໃຫ້ຮູ້ວ່າ ເຖິງວ່າ ເຢຍລະມັນ ໄດ້ຢຸດຕິການກະທຳຍົກຍ້າຍຢູ່ນະຄອນຫຼວງ kabul ແລ້ວ, ແຕ່ Berlin ຍັງຄົງມານະພະຍາຍາມເພື່ອນຳບັນດາຜູ້ທີ່ຕ້ອງໄດ້ຮັບການປົກປ້ອງໃນການເດີນທາງອອກຈາກປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ