ໂລກກ່າວປະນາມເຫດບຸກໂຈມຕີຮ້ານບັນເທິງຢູ່ຕວກກີ

ໂລກກ່າວປະນາມເຫດບຸກໂຈມຕີຮ້ານບັນເທິງຢູ່ຕວກກີ - ảnh 1
ສະ​ຖານ​ທີ່​ເກີດ​ການ​ບຸກ​ໂຈມ​ຕີ​ຮ້ານ​ບັນ​ເທິງ
ພາບ:CNN

(vovworld)- ວັນ​ທີ 1/1, ອົງ​ການ​ການ​ຂ່າວ ​ຢູ່ ວັງ Kremlinໄດ້​ອອກ​ແຈ້ງ​ການ​ໃຫ້​ຮູ້​ວ່າ: ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ໄດ້​ສະ​ແດງ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ມາ​ຍັງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຕວກ​ກີ Tayyip Erdogan ກ່ຽວ​ກັບ​ຄວາມ​ເສຍ​ຫາຍ​ຊີ​ວິດ​ອີນ​ຊີ ແລະ​ຊັບ​ສິນ​ຂອງ ຕວກ​ກີ ໃນ​ເຫດ​ບຸກ​ໂຈມ​ຕີ​ຮ້ານ​ບັນ​ເທິງ Reina ນະ​ຄອນ Istanbul ໃນ​ວັນ​ທີ 1/1. ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ຢືນ​ຢັນ​ວ່າ: ໃນ​ການ​ຕໍ່​ສູ້​ຕ້ານ​ໂທດ​ກຳ, ລັດ​ເຊຍ ໄດ້ ແລະ ຍາ​ມ​ໃດ​ກໍ​ແມ່ນ​ຄູ່​ຮ່ວມ​ມື​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຕວກ​ກີ. ໃນ​ຂະ​ນະ​ນັ້ນ ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ Angela Merkel ກ​ໍ່​ໄດ້​​ສ​ະ​ແດງ​ຄວາມ​ເສົ້າ​ສະ​ຫລົດ​ໃຈເຖິງ​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ. ສ່ວນ ລັດ​ຖະ​ມົນ​​ຕີ​ການ​ຕ່າງ​ປະ​ເທດ ອີ​ຕາ​ລີ ທ່ານ Angelino Alfano ໄດ້​ຖະ​ແຫລງວ່າ ເຫດ​ບຸກ​ໂຈມ​ຕີ​ດັ່ງ​ກ່າວ​ແມ່ນ​ຄຳຕັກ​ເຕືອນ​ວ່າ ການ​ຕໍ່​ສູ້​ຕ້ານ​ການກໍ່​ການ​ຮ້າຍບໍ່​ມີ​ການ​ຢຸດ​ຕິ​ຢ່າງ​ເດັດ​ຂາດ. 


ຕອບກັບ

ຂ່າວ/ບົດ​ອື່ນ