ໂລກກ່າວປະນາມເຫດວາງລະເບີດສະຫຼະຊີບຢູູ່ຕວກກີ

ໂລກກ່າວປະນາມເຫດວາງລະເບີດສະຫຼະຊີບຢູູ່ຕວກກີ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ສະ​ຫະ​ປະ​ຊາ​ຊາດ Ban Ki moon
(ພາບ​ປະ​ກອບ)


(vovworld) –​ ວັນ​ທີ 12/01, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ສະ​ຫະ​ປະ​ຊາ​ຊາດ Ban Ki moon ໄດ້​ກ່າວ​ປະ​ນາມ​ເຫດ​ວາງ​ລະ​ເບີດ​ສະ​ຫຼະ​ຊີບຢ​ູ່​ນະ​ຄອນ Istanbul ຂອງ​ຕວກ​ກີ, ຖືນີ້​ແມ່ນ “ໂທດ​ກຳຕ່ຳ​ຕ້ອຍ”, ພ້ອມ​ທັງ​ຖື​ວ່າ, ພວກ​ໜູນ​ຫຼັງ​ເຫດ​ກໍ່​ການ​ຮ້າຍນ​ີ້​ຕ້ອງ​ປະ​ເຊີນ​ໜ້າກັບ​ຄວາມ​ຍຸ​ຕິ​ທຳ. ທ່ານ​ Ban Ki moon ກໍ​ສົ່ງ​ຄຳ​ແບ່ງ​ເ​ບົ​າ​ເສົ້​າ​ລະ​ຫຼົດ​ໃຈຕໍ່​ຕວກ​ກີ ແລະ ເຢຍ​ລະ​ມັນ, ປະ​ເທດ​ທີ່​ມີ​ພົນ​ລະ​ເມືອງເສຍ​ຊີ​ວິດ ​8 ຄົນ​ທີ່​ເຫດ​ວາງ​ລະ​ເບີດ​ສະ​ຫຼະ​ຊີບນີ້. ກ່ອນ​ໜ້ານັ້ນ, ໃນ​ວັນ​ດຽວ​ກັນ, ​ທຳ​ນຽບ​ຂາວ ໄດ້​ກ່າວ​ປະ​ນາມ​ເຫດ​ວາງ​ລະ​ເບີດ​ສະ​ຫຼະ​ຊີບຢູ່​ນະ​ຄອນ Istanbul, ພ້ອມ​ທັງ​ຢືນ​ຢັນວ່າ ​ຈະ​ຮ​ຽງ​ບ່າ​ຮຽ​ງ​ໄຫຼ່​ພ້ອມ​ກັບ​ຕວກ​ກີ ໃນ​ບັ້ນ​ຮົບ​ຕ້ານ​ລັດ​ທິກໍ່​ການ​ຮ້າຍ. ສ່ວນ​ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ Angela Merkel ຢືນຢ​ັ​ນ​ວ່າ, Berlin ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ ແລະ ຈັດ​ຕັ້ງ​ການ​ໜູ​ນ​ຊ່ວຍ​ ​ຕວກ​ກີ ຢ່າງ​ໄວ​ທີ່​ສຸດ. ໃນ​ວັນ​ດຽວ​ກັນ, ສະ​ຫະ​ພາບ​ເອີ​ລົບ (EU) ກໍ​ຖະ​ແຫຼງວ່າ, ຈະ​ຮ​ຽງ​ບ່າ​ຮຽງ​ໄຫຼ່​ພ້ອມ​ກັບ​ຕວກ​ກີ ໃນ​ບັ້ນ​ຮົບ​​ຕ້ານກໍ່​ກາ​ນ​ຮ້າຍ​​ດ້ວຍທຸກ​ຮູບ​ການ ແລະ ເນັ້ນ​ໜັກ​ວ່າ, 2 ຝ່າຍ​ຄວນ​ເພີ່ມ​ທະ​ວ​ີ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ ແລະ ນີ້​ຈະ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບັນ​ຫາ​ບຸ​ລິ​ມະ​ສິດ​​ທີ່​ໄດ້​ນຳ​ມາປຶກ​ສາ​ຫາ​ລື​ຢູ່ກອງ​ປະ​ຊຸມ​ຂັ້ນ​ສູງ​ EU - ຕວກ​ກີ ຄັ້ງຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ