ໂລກຊົມເຊີຍໝາກຜົນຂອງກອງປະຊຸມສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຄັ້ງທີ 3

(VOVWORLD) - ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres ໄດ້ຊົມເຊີຍໝາກຜົນຂອງການພົບປະສຸດຍອດຄັ້ງທີ 3 ລະຫວ່າງການນຳ ສປປ.ເກົາຫຼີ Kim Jong-un ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ຢູ່ ພຽງຢາງ,
ໂລກຊົມເຊີຍໝາກຜົນຂອງກອງປະຊຸມສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຄັ້ງທີ 3 - ảnh 1 ການນຳ ສປປ.ເກົາຫຼີ Kim Jong-un ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in (ພາບ: Reuters)

ພ້ອມທັງຮຽກຮ້ອງໃຫ້ມີການກະທຳລະອຽດຕາມຄຳໝັ້ນສັນຍາຂອງ ສປປ.ເກົາຫຼີ ແມ່ນປິດປະຕູເຂດທົດລອງລູກສອນໄຟ ດ້ວຍການເຂົ້າຮ່ວມຂອງບັນດານັກສັງເກດການສາກົນ. ໃນຖະແຫຼງການອອກວັນທີ 19 ກັນຍາ, ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres ຊີ້ແຈ້ງວ່າ: “ບັນດາຄຳໝັ້ນສັນຍາທີ່ລະບຸໃນຖະແຫຼງການຮ່ວມລວມມີບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈດ້ານການທະຫານສຳຄັນ ແລະ ຄຳໝັ້ນສັນຍາຂອງ ສປປ.ເກົາຫຼີ ທຳລາຍຮາກຖານທົດລອງເຄື່ອງຈັກລູກສອນໄຟ ດ້ວຍການເຂົ້າຮ່ວມຂອງວົງການນັກຊ່ຽວຊານຈາກບັນດາປະເທດທີ່ກ່ຽວຂ້ອງ”.

       ວັນທີ 19 ກັນຍາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຊົມເຊີຍການພົບປະສຸດຍອດລະຫວ່າງການນຳ ສປປ.ເກົາຫຼີ Kim Jong-un ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in. ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ທຳນຽບຂາວ, ທ່ານ Donald Trump ຕີລາຄາຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງການນຳ 2 ພາກເກົາຫຼີ ໃນການພົບປະສຸດຍອດຢູ່ ພຽງຢາງ.

       ແລະກໍ່ໃນວັນທີ 19 ກັນຍາ, ວັງ Kremlin, ລັດຖະບານ ຈີນ, ລັດຖະບານ ຍີ່ປຸ່ນ ກໍ່ສະແດງຄວາມຊົມເຊີຍ ແລະ ຄວາມຫວັງກ່ຽວກັບຖະແຫຼງການຮ່ວມທີ່ບັນລຸໄດ້ພາຍຫລັງການພົບປະສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຄັັ້ງທີ 3 ວ່າຈະຊ່ວຍສ້າງແຫຼມ ເກົາຫຼີ ປອດນິວເຄຼຍ ຢ່າງສີ້ນເຊີງ.

ຕອບກັບ

ຂ່າວ/ບົດ​ອື່ນ