ໂລກຕີລາຄາສູງບົດບາດຂອງ ຫວຽດນາມ ຜ່ານການຈັດຕັ້ງກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ

(VOVWORLD) - ເວລາ 18 ໂມງ 30 ນາທີ, ວັນທີ 27 ກຸມພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un ເລີ່ມຕົ້ນດຳເນີນກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ.

 ເຫດການນີ້ ພວມໄດ້ຮັບຄວາມສົນໃຈຈາກທົ່ວໂລກ ພ້ອມທັງຫວັງວ່າ 2 ຝ່າຍຈະບັນລຸໄດ້ໝາກຜົນແທດຈິງຫລາຍຢ່າງໃນການພົບປະຄັ້ງນີ້.

ໂລກຕີລາຄາສູງບົດບາດຂອງ ຫວຽດນາມ ຜ່ານການຈັດຕັ້ງກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ - ảnh 1ໂລກຕີລາຄາສູງບົດບາດຂອງ ຫວຽດນາມ ຜ່ານການຈັດຕັ້ງກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ 

        ກ່າວຄຳເຫັນທີ່ກອງປະຊຸມຂ່າວໃນວັນທີ 26 ກຸມພາ, ທ່ານ Stephane Dujarric ໂຄສົກຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ສະແດງຄວາມຊົມເຊີຍຕໍ່ກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງການນຳ ອາເມລິກາ ແລະ ສປປ.ເກົາຫຼີ ຢູ່ ຮ່າໂນ້ຍ.

        ແລະກໍ່ໃນວັນດຽວກັນ, ລັດເຊຍ ໄດ້ຊົມເຊີຍ ແລະ ສະໜັບສະໜູນການແກ້ໄຂບັນຫາປອດນິວເຄຼຍ, ຫລຸດຜ່ອນຄວາມເຄັ່ງຕຶງຢູ່ແຫຼມ ເກົາຫຼີ.

        ວັນທີ 26 ກຸມພາ, ຈີນ ກໍ່ສະແດງຄວາມຫວັງຕໍ່ກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un ຈະປະສົບຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ