ໂລກຕອບສະໜອງວັນໜ່ວຍໂລກ: ຢຸດຕິມົນລະພິດຈາກສິ່ງເສດເຫຼືອຢາງ Plastic

(VOVWORLD) -ວັນທີ 22 ເມສາ, ບັນດາປະເທດໃນໂລກໄດ້ຈັດການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ ເພື່ອຕອບສະໜອງວັນໜ່ວຍໂລກ, ເພື່ອແນໃສ່ຮຽກຮ້ອງໃຫ້ປະຊາຄົມສາກົນຮ່ວມແຮງຮ່ວມໃຈປົກປັກຮັກສາສິ່ງແວດລ້ອມໃຫ້ຂຽວ, ສະອາດ, ສວຍງາມ.

ວັນໜ່ວຍໂລກປີນີ້ມີຫົວຂໍ້ວ່າ “ຢຸດຕິມົນລະພິດຈາກສິ່ງເສດເຫຼືອຢາງ Plastic” ເພື່ອແນໃສ່ຕັກເຕືອນມະນຸດຕໍ່ສະພາບແຫຼ່ງຊັບພະຍາກອນທະເລ ພວມຖືກມົນລະພິດຈາກສິ່ງເສດເຫຼືອຢາງ Plastic ຢ່າງຮ້າຍແຮງ.

      ອິນໂດເນເຊຍ ແມ່ນປະເທດມີຈຳນວນສິ່ງເສດເຫຼືອຢາງ Plastic ຢູ່ມະຫາສະມຸດຫຼາຍທີ 2 ໃນໂລກຖັດຈາກຈີນ. ນັບແຕ່ຕົ້ນປີ 2018, ລັດຖະບານໄດ້ປະກາດສະພາວະສຸກເສີນກ່ຽວກັບສິ່ງເສດເຫຼືອ ດ້ວຍບັນດາການເຄື່ອນໄຫວເຮັດອະນາໄມທຳຄວາມສະອາດຢູ່ຝັ່ງທະເລ ໂດຍຖັນແຖວນັກອາສາສະໝັກ ແລະ ເຄື່ອງຈັກປະຕິບັດ. ເຖິງຢ່າງໃດກໍ່ຕາມ, ນັກເຄື່ອນໄຫວດ້ານສິ່ງແວດລ້ອມຫຼາຍຄົນຖືວ່າ, ສິ່ງສຳຄັນແມ່ນຕ້ອງຍົກສູງຄວາມຮັບຮູ້ຂອງຊາວທ້ອງຖິ່ນ, ພິເສດແມ່ນນັກທ່ອງທ່ຽວ.

      ເກາະທ່ອງທ່ຽວຫຼາຍແຫ່ງຢູ່ອາຊີຕາເວັນອອກສ່ຽງໃຕ້ຄື “ແດນສະຫວັນເກາະ” Boracay ຢູ່ຟີລິບປີນ ຫຼື “ອ່າວແດນສະຫວັນ” ໃນເກາະຟີຟີ ຂອງໄທ ກໍ່ໃຫ້ຮູ້ວ່າ ຈະຈຳກັດນັກທ່ອງທ່ຽວເພື່ອຊອກຫາວິທີປົກປັກຮັກສາບັນດາລະບົບຊີວະພາບ ຕໍ່ສະພາບມົນລະພິດທາງທະເລ ຍ້ອນມີນັກທ່ອງທ່ຽວມາທ່ຽວເປັນຈຳນວນຫຼວງຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ