ໂລກ​ພວມ​ປະ​ເຊີນນ​ໜ້າ​ກັບ​ອາ​ກາດ​ແດດ​ຮ້ອນ​ຢ່າ​ງ​ຮ້າຍ​ແຮງ​ຍາມ​ຕົ້ນ​ລະ​ດູ​ແລ້ງ 2024

(VOVWORLD) - ຕາມອົງການດິນຟ້າອາກາດແຫ່ງຊາດອາເມລິກາແລ້ວ, ບັນດາເຂດຢູ່ພາກກາງຕາເວັນຕົກ ແລະ ທາງທິດຕາເວັນອອກສ່ຽງເໜືອຂອງ ອາເມລິກາ ກໍ່ພວມມີອາກາດແດດຮ້ອນຢ່າງຮ້າຍແຮງ, ເຊິ່ງເຮັດໃຫ້ ເຈົ້າໜ້າທີ່ຕ້ອງປະກາດສະພາບອາກາດແດດຮ້ອນອາດຈະເປັນອັນຕະລາຍຕໍ່ສຸຂະພາບຂອງປະຊາຊົນ.
ໂລກ​ພວມ​ປະ​ເຊີນນ​ໜ້າ​ກັບ​ອາ​ກາດ​ແດດ​ຮ້ອນ​ຢ່າ​ງ​ຮ້າຍ​ແຮງ​ຍາມ​ຕົ້ນ​ລະ​ດູ​ແລ້ງ 2024 - ảnh 1ພາບປະກອບ: THX/TTXVN

ບັ້ນແດດຮ້ອນທີ່ອັນຕະລາຍພວມກວມລວມຫຼາຍນະຄອນຢູ່ 4 ທະວີບໃນໂລກ ໃນສະພາບທີ່ເຄິ່ງຂົ້ວໂລກເໜືອ ກ້າວເຂົ້າສູ່ຊຸມວັນທຳອິດຍາມລະດູແລ້ງ. ສະພາບການນີ້ ໄດ້ກໍ່ໃຫ້ເກີດຄວາມວິຕົກກັງວົນກ່ຽວກັບຄວາມອາດສາມາດວ່າ ລະດູແລ້ງປີນີ້ ຈະຢັ້ງຢືນ ລະດັບສະຖິຕິໃໝ່ກ່ຽວກັບອຸນຫະພູມ, ເຊິ່ງສູງກ່ວາອຸນຫະພູມຍາມລະດູແລ້ງປີ 2023.

ຕາມອົງການບໍລິຫານຂັ້ນບັນຍາກາດ ແລະ ມະຫາສະໝຸດແຫ່ງຊາດ ອາເມລິກາ ແລ້ວ, ບັນດາປະເທດ ເມດີເຕີເຣນຽນ ຕ້ອງຮັບແດດຮ້ອນທີ່ຮ້າຍແຮງ, ເຮັດໃຫ້ໄຟໄໝ້ປ່າ ຢູ່ ປອກຕຸຍການ ແລະ ເກຼັກ ແລະ ລຽບຕາມຫາດຊາຍທະເລດ ອາເຊີຣີ ຢູ່ທາງທິດເໜືອອາບຟຼິກກາ.

ນັບແຕ່ເວລາກ້າວເຂົ້າລະດູແລ້ງຢ່າງເປັນທາງການ, ເອີລົບ ໄດ້ຮັບຮູ້ກໍລະນີຈຳນວນໜຶ່ງເສຍຊີວິດຍ້ອນແດດຮ້ອນ. ແດດຮ້ອນຜິດປົກກະຕິ ທີ່ແກ່ຍາວໃນໄລຍະປະມານ 1 ອາທິດຜ່ານມາ ໄດ້ເຮັດໃຫ້ ແຂກທ່ອງທ່ຽວຕ່າງປະເທດ 3 ຄົນເສຍຊີວິດຢູ່ ເກຼັກ. ສ່ວນຢູ່ ແຊກບີ, ວົງການນັກຊ່ຽວຊານອຸຕຸນິຍົມ ແຫ່ງຊາດ ປະເທດນີ້ ໄດ້ຮັບຮູ້ອຸນຫະພູມປະມານ 40 ອົງສາຊີ ໃນອາທິດນີ້.

ຕາມອົງການດິນຟ້າອາກາດແຫ່ງຊາດອາເມລິກາແລ້ວ, ບັນດາເຂດຢູ່ພາກກາງຕາເວັນຕົກ ແລະ ທາງທິດຕາເວັນອອກສ່ຽງເໜືອຂອງ ອາເມລິກາ ກໍ່ພວມມີອາກາດແດດຮ້ອນຢ່າງຮ້າຍແຮງ, ເຊິ່ງເຮັດໃຫ້ ເຈົ້າໜ້າທີ່ຕ້ອງປະກາດສະພາບອາກາດແດດຮ້ອນອາດຈະເປັນອັນຕະລາຍຕໍ່ສຸຂະພາບຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ