ໂລກ​ພວມ​ປະ​ເຊີນ​ໜ້າ​ກັບ​ຫຼາຍ​ວິ​ກິດ​ການ​​ໃນ​ພາບ​ດຽວ​ກັນ

(VOVWORLD) - ທ່ານ Achim Steiner ຜູ້ອໍານວຍການອົງການ ສປຊ ເພື່ອການພັດທະນາ (UNDP) ໄດ້ໃຫ້ຂໍ້ສັງເກດວ່າ ໂລກພວມປະເຊີນໜ້າກັບຫຼາຍວິກິດການໃນພາບດຽວກັນ, ນັບແຕ່ໜີ້ສາທາລະນະໄດ້ເພີ່ມຂຶ້ນ ຕະຫຼອດຮອດຜົນສະທ້ອນຈາກວິກິດການ ລະຫວ່າງ ລັດເຊຍ - ຢູແກຼນ, ພະລັງງານ ແລະ ສະບຽງອາຫານຂຶ້ນລາຄາ.
ໂລກ​ພວມ​ປະ​ເຊີນ​ໜ້າ​ກັບ​ຫຼາຍ​ວິ​ກິດ​ການ​​ໃນ​ພາບ​ດຽວ​ກັນ - ảnh 1ປະຊາຊົນ ຢູ່ ໂຊມາລີ ລໍຖ້າສະບຽງອາຫານ (ພາບ: AFP/TTXVN)

ໃນການຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ AFP ຂອງ ຝລັ່ງ ຫວ່າງມໍ່ໆມານີ້ ຢູ່ນອກເວທີປາໄສເສດຖະກິດໂລກ (WEF) ເຊິ່ງພວມດຳເນີນຢູ່ Davos, ປະເທດສະວິດ, ທ່ານ Achim Steiner ໄດ້ໃຫ້ຂໍ້ສັງເກດກ່ຽວກັບຜົນສະທ້ອນຂອງການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ຕໍ່ສະພາບການໂລກ. ຕາມທ່ານແລ້ວ, ວິກິດການເກີດຂຶ້ນຢູ່ ຢູແກຼນ, ເຊິ່ງເປັນປະເທດຜະລິດທັນຍາຫານ 5 ປະເພດແຖວໜ້າຂອງໂລກ ໄດ້ເຮັດໃຫ້ການເຄື່ອນໄຫວຜະລິດຫຼຸດລົງ, ເຮັດໃຫ້ຜະລິດຕະພັນຊະນິດນີ້ ຂຶ້ນລາຄາ ແລະ ລະບົບສະໜອງຖືກຂາດວັກຂາດຕອນ.

        ທ່ານ ຖືວ່າ ຖ້າຫາກວ່າສາມາດຊອກໄດ້ວິທີຈຳໜ່າຍຜະລິດຕະພັນນີ້ທີ່ຢູ່ໃນສາງຂອງ ຢູແກຼນ ແລະ ບັນລຸໄດ້ຂໍ້ຕົກລົງສາກົນເພື່ອຢຸດຕິການປະທະກັນນັ້ນ, ຈະແກ້ໄຂບັນຫາກ່ຽວກັບແຫຼ່ງສະໜອງ ແລະ ລາຄາໄດ້ສ່ວນໃດສ່ວນໜຶ່ງ, ຊ່ວຍແກ່ຍາວເວລາເພື່ອແກ້ໄຂບັນຫາປະລິມານຂອງຜະລິດຕະພັນນີ້ໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ