ໂລກພະຍາດ Covid-19: G7 ໃຫ້ຄຳໝັ້ນສັນຍາຮ່ວມມືສາກົນ

(VOVWORLD) -ກຸ່ມ 7 ປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຮ່ວມມືສາກົນຢ່າງແຮງ ເພື່ອແກ້ໄຂຜົນກະທົບຂອງໂລກພະຍາດ Covid-19 ພວມແຜ່ລະບາດຢ່າງວ່ອງໄວ

ໂລກພະຍາດ Covid-19: G7 ໃຫ້ຄຳໝັ້ນສັນຍາຮ່ວມມືສາກົນ - ảnh 1

(ພາບປະກອບ: THX/ TTXVN)

ວັນທີ 12 ມີນາ, ກຸ່ມ 7 ປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຮ່ວມມືສາກົນຢ່າງແຮງ ເພື່ອແກ້ໄຂຜົນກະທົບຂອງໂລກພະຍາດ Covid-19 ພວມແຜ່ລະບາດຢ່າງວ່ອງໄວ, ໃນສະພາບບັນດາຕະຫຼາດການເງິນທົ່ວໂລກພວມໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດ.

        ໃນສະພາບໂລກພະຍາດ Covid-19 ສືບຕໍ່ແຜ່ລະບາດອອກສູ່ວົງກວ້າງໃນທົ່ວໂລກ, ກອງທຶນເງິນຕາສາກົນ (IMF) ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນຈົ່ງສົມທົບກັນມີການກະທຳ, ຢືນຢັນການຮ່ວມມືສາກົນແມ່ນຄວາມຈຳເປັນເພື່ອຮັບມືກັບ Covid-19 ຢ່າງມີປະສິດທິຜົນ.

        ໃນເຫດການທີ່ກ່ຽວຂ້ອງ, ຕອນຄ່ຳວັນທີ 12 ມີນາ, ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ໄດ້ຮຽກໂຮມກອງປະຊຸມດ່ວນກັບບັນດາຜູ້ວ່າການລັດ ເພື່ອຊອກຫາມາດຕະການຮັບມືກັບໂລກພະຍາດ Covid-19, ໃນນັ້ນການນຳເຢຍລະມັນ ຢືນຢັນ 2 ເປົ້າໝາຍນັ້ນແມ່ນ ຄວບຄຸມການແຜ່ລະບາດຂອງເຊື້ອໄວຣັດ SARS-CoV-2 ແລະ ປົກປ້ອງພື້ນຖານເສດຖະກິດໃຫຍ່ທີ່ສຸດຢູ່ເອີລົບ.

        ໃນຂະນະນັ້ນ, ເລັດເວຍ, ປອັກຕຸຍການ ໄດ້ຍົກອອກຫຼາຍຄຳຕັດສິນສຳຄັນໃນຄວາມມານະພະຍາຍາມສະກັດກັ້ນການແຜ່ລະບາດຂອງໂລກພະຍາດ Covid-19.

        ວັນທີ 12 ມີນາ, ຕາມເວລາທ້ອງຖິ່ນ, ທ່ານ Bill de Blasio, ເຈົ້າຄອງນະຄອນນິວຢອກ, ປະເທດອາເມລິກາ ໄດ້ປະກາດສະພາບສະພາວະສຸກເສີນເພື່ອຮັບມືກັບໂລກພະຍາດ Covid-19. ຈຳນວນກໍລະນີຕິດເຊື້ອໄວຣັດຢູ່ນະຄອນນີ້ແມ່ນຂຶ້ນເຖິງ 95 ກໍລະນີ ແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ