ໂລກພະຍາດ Covid-19: ຫລາຍທ້ອງຖິ່ນສືບຕໍ່ໃຫ້ນັກຮຽນພັກໂຮງຮຽນ

(VOVWORLD) -  ໄລ່ຮອດຕອນບ່າຍວັນທີ 13 ມີນາ, ມີເກືອບ 30 ທ້ອງຖິ່ນ ໄດ້ຕົກລົງໃຫ້ນັກຮຽນສືບຕໍ່ພັກໂຮງຮຽນ ເພື່ອປ້ອງກັນ, ຫຼີກລ້ຽງການຕິດແປດໂລກພະຍາດ Covid-19.
ໂລກພະຍາດ Covid-19: ຫລາຍທ້ອງຖິ່ນສືບຕໍ່ໃຫ້ນັກຮຽນພັກໂຮງຮຽນ - ảnh 1ຫລາຍທ້ອງຖິ່ນສືບຕໍ່ໃຫ້ນັກຮຽນພັກໂຮງຮຽນ (ພາບ: tuoitre.vn)

ວັນທີ 13 ມີນາ, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ຕົກລົງໃຫ້ນັກຮຽນ, ນັກສຶກສາຂອງບັນດາຮາກຖານການສຶກສາຕ່າງໆໃນບໍລິເວນນະຄອນສືບຕໍ່ພັກໂຮງຮຽນຈົນຮອດວັນທີ 05 ເມສາ 2020. ຄະນະກຳມະການປະຊາຊົນນະຄອນ ກໍ່ສືບຕໍ່ສະເໜີໃຫ້ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ດັດປັບຕາຕະລາງການຮຽນສົກປີ 2019 – 2020 ແລະ ເລື່ອນການສອບເສັງຂັ້ນມັດທະຍົມຕອນປາຍທົ່ວປະເທດໃຫ້ເໝາະສົມກັບສະພາບການຜັນແປຂອງໂລກພະຍາດ Covid-19.

        ມະຫາວິທະຍາໄລ, ວິທະຍາໄລຫລາຍແຫ່ງໃນບໍລິເວນນະຄອນ ໂຮ່ຈີມິນ ກໍ່ປະກາດໃຫ້ນັກຮຽນ, ນັກສຶກສາພັກໂຮງຮຽນຈົນໝົດເດືອນ ມີນາ 2020, ແນໃສ່ຮັບປະກັນຄວາມປອດໄພໃຫ້ແກ່ນັກສຶກສາ, ນັກຄົ້ນຄວ້າ ກໍ່ຄືຫຼີກລ້ຽງການຕິດແປດອອກສູ່ວົງຄະນະຍາດ.

        ໂດຍສະຫລຸບກອງປະຊຸມຄະນະຊີ້ນຳການປ້ອງກັນ, ສະກັດກັ້ນໂລກພະຍາດ Covid-19 ຂອງຮ່າໂນ້ຍ, ຕອນເຊົ້າວັນທີ 13 ມີນາ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫງວຽນດຶກຈູງ ໃຫ້ຮູ້ວ່າ: ທາງນະຄອນໄດ້ເຫັນດີເປັນເອກະພາບຕໍ່ການສະເໜີແນະຂອງພະແນກສຶກສາ ແລະ ບຳລຸງສ້າງ, ພະແນກແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ພະແນກສາທາລະນະສຸກກ່ຽວກັບເລື່ອງໃຫ້ນັກຮຽນ, ນັກສຶກສາໃນບໍລິເວນນະຄອນ ຮ່າໂນ້ຍ ສືບຕໍ່ພັກໂຮງຮຽນ.

        ໄລ່ຮອດຕອນບ່າຍວັນທີ 13 ມີນາ, ມີເກືອບ 30 ທ້ອງຖິ່ນ ໄດ້ຕົກລົງໃຫ້ນັກຮຽນສືບຕໍ່ພັກໂຮງຮຽນ ເພື່ອປ້ອງກັນ, ຫຼີກລ້ຽງການຕິດແປດໂລກພະຍາດ Covid-19.

ຕອບກັບ

ຂ່າວ/ບົດ​ອື່ນ