ໂລກມຸ້ງໄປເຖິງຄາດໝາຍພັດທະນາໝັ້ນຄົງຫຼັງປີ2015

ໂລກມຸ້ງໄປເຖິງຄາດໝາຍພັດທະນາໝັ້ນຄົງຫຼັງປີ2015 - ảnh 1
ວາ​ລະ​ປຶກ​ສາ​ຫາ​ລື​ຂັ້ນ​ສູງ​ຂອງ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 69

(vovworld) – ວັນ​ທີ 9/2, ທີ່​ສຳ​ນັກ​ງານ​ຂອງ​ສະ​ຫະ​ປະ​ຊາ​ຊາດ ຢູ່ ນິວຢອກ, ປະ​ເທດ ອາ​ເມ​ລິ​ກາ, ວາ​ລະ​ປຶກ​ສາ​ຫາ​ລື​ຂັ້ນ​ສູງ​ຂອງ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 69 ກ່ຽວ​ກັບ​ໂຄງ​ການ​ດຳ​ເນີນ​ງານ​ພັດ​ທະ​ນາຫຼັງ​ປີ 2015 ໄດ້​ໄຂ​ຂຶ້ນ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຕາງ​ໜ້າ​ຂອງ 193 ປະ​ເທ​ດສະ​ມາ​ຊິ​ກ. ກ່າວ​ຄຳ​ເຫັນ​ໄຂວາ​ລະ​ປຶກ​ສາ​ຫ​າ​ລື, ທ່ານ​ຮອງ​ເລ​ຂາ​ທິ​ການ​ໃຫຍ່​ຜູ້​ທີ່​ໜຶ່ງ ສ​ປ​ຊ Jan Eliasson ໃຫ້​ຮູ້​ວ່າ: ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ​ໝັ້ນ​ຄົງ​ດ້ວຍ​ບັນ​ດາ​ເງື່ອນ​ໄຂວັດ​ທະ​ນາ​ຖາ​ວອນ, ຜາ​ສ​ຸກ ໃຫ້​ທຸກໆ​ຄົນ​ຢູ່​ໃນ​ໂລກຫຼັງ​ປີ 2015, ປີນີ້ ສ​ປ​ຊ ຈະ​ຈັດ​ຕັ້ງ 3 ເຫດ​ການ​ປະ​ກອບ​ສ່ວນ​ຕັດ​ສິນ​ໃຈ​ອະ​ນາ​ຄົດ​ຂອງ​ທຸກໆ​ຄົນ, ນັ້ນ​ແມ່ນກອງ​ປະ​ຊຸມ​ສາ​ກົນ​ຄັ້ງ​ທີ 3 ກ່ຽວ​ກັບ​ການ​ພັດ​ທະ​ນາ​ການ​ເງິນ, ​ເຊິ່ງຈະ​ຈັດ​ຕັ້ງ​ໃນ​ເດືອນ 7 ປີນີ້ ຢູ່ Etiopia, ຈາກ​ນັ້ນ, ໃນ​ເດືອນ 9, ຢູ່ ນິວຢອກ ຈະ​ດຳ​ເນີນກອງ​ປະ​ຊຸມ​ສຸດຍອດ​ທົ່ວ​ໂລກ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ໃນ​ໄລ​ຍະຫຼັງ​ປີ 2015 ແລະ ໃນ​ເດືອນ 12 ຂອງ​ປີນີ້, ຢູ່ນ​ະ​ຄອນ​ປາ​ຣີ, ປະ​ເທດ ຝ​ຣັ່ງ ຈະ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຂັ້​ນ​ສູງ​ທົ່ວ​ໂລ​ກ​ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ​ໂລກ. ທ່ານຮອງ​ເລ​ຂາ​ທິ​ການ​ໃຫຍ່​ຜູ້​ທີ່​ໜຶ່ງ ສ​ປ​ຊ Eliasson ຍັງ​​ໃຫ້ຮູ້​ວ່າ: ປີນີ້, ສ​ປ​ຊ ຈະ​ສະ​ຫລຸບ​ການ​ປະ​ຕິ​ບັດ​ບັນ​ດາ​​ຄາດ​ໝາຍ​ສະ​ຫັດ​ສະ​ຫວັດ (MDGs), ໂດຍ​ປະ​ຊາ​ຄົມ​ໂລກ​ຮັບ​ຮອງ​ເອົາ​ໃນ​ປີ 2000.

         


ຂ່າວ/ບົດ​ອື່ນ