ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ເກືອບ 16,4 ລ້ານ​ຄົ​ນ

(VOVWORLD) -ຕາມຕົວເລກທີ່ໄດ້ອັບເດັດໃນເວບໄຊ Worldometer.infor ໄລ່ຮອດເວລາ 6 ໂມງເຊົ້າວັນທີ 27 ກໍລະກົດ (ຕາມເວລາຫວຽດນາມ), ຍອດຈຳນວນຜູ້ຕິດເຊື້ອພະຍາດໃນທົ່ວໂລກແມ່ນ 16.393.955 ຄົນ, ໃນນັ້ນມີ 651.503 ຄົນເສຍຊີວິດ. ໂລກລະບາດ ໄດ້ສົ່ງຜົນກະທົບເຖິງ 213 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ.
ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ເກືອບ 16,4 ລ້ານ​ຄົ​ນ - ảnh 1ພະນັກງານການແພດເອົາແບບຢ່າງກວດຫາເຊື້ອພະຍາດ Covid - 19 (ພາບ: TTXVN) 

ອາເມລິກາຍັງແມ່ນໃຈກາງຂອງໂລກລະບາດ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກ 50.173 ຄົນ ແລະ ຈຳນວນຜູ້ເສຍຊີວິດໃໝ່ຕື່ມອີກ 374 ຄົນ, ອັນໄດ້ຍົກຍອດຈຳນວນຜູ້ຕິດເຊື້ອ Covid – 19 ຢູ່ປະເທດນີ້ຂຶ້ນເຖິງ 4.365.846 ຄົນ ແລະ ຍອດຈຳນວນຜູ້ເສຍຊີວິດແມ່ນ 149.772 ຄົນ. ຖັດມາແມ່ນ: ບຣາຊິນ, ອິນເດຍ…

        ຢູ່ອາຟຼິກກາ, ປະເທດອາຟຼິກກາໃຕ້ໄດ້ຢັ້ງຢືນມີຈຳນວນຜູ້ຕິດເຊື້ອ 445.433 ຄົນ ແລະ ຍອດຈຳນວນຜູ້ເສຍຊີວິດ 6.796 ຄົນ. ຢູ່ ເອີລົບ, ປະເທດອັງກິດຍັງແມ່ນປະເທດມີອັດຕາຜູ້ເສຍຊີວິດສູງທີ່ສຸດໃນໂລກ. ປະເທດນີ້ ມີຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກ 745 ຄົນ ໃນນັ້ນມີ ຜູ້ເສຍຊີວິດ 14 ຄົນໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ອັນໄດ້ຍົກຍອດຈຳນວນຜູ້ຕິດເຊື້ອພະຍາດຂຶ້ນເຖິງ 299.426 ຄົນ ແລະ ຍອດຈຳນວນຜູ້ເສຍຊີວິດແມ່ນ 45.752 ຄົນ. ຢູ່ອາຊີຕາເວັນອອກສ່ຽງໃຕ້, ອິນໂດເນເຊຍ, ຟີລິບປິນ ແມ່ນ ສະຖານທີ່ແຜ່ລະບາດຢ່າງຮ້າຍແຮງທີ່ສຸດໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ