ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ກ່​ວາ 330 ລ້ານ​ຄົນ

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າຂອງວັນທີ 18 ມັງກອນ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 330 ລ້ານຄົນ ແລະ ມີຜູ້ເສຍຊີວິດ ກ່ວາ 5,5 ລ້ານຄົນ.

ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ກ່​ວາ 330 ລ້ານ​ຄົນ - ảnh 1ສັກວັກຊິນກັນໂຄວິດ - 19 ໃຫ້ແກ່ປະຊາຊົນ (ພາບ: THX/ TTXVN)

ໃນຊຸມວັນຜ່ານມາ, ຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດ ສືບຕໍ່ສ້າງຄວາມເປັນໜ້າກັງວົນ ແລະ ຜິດປົກກະຕິ, ເອີລົບແມ່ນເຂດເກີດພະຍາດຮ້າຍແຮງທີ່ສຸດໃນໂລກ ເມື່ອໂລກລະບາດແຜ່ລະບາດຄືນໃໝ່, ຈຳນວນຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນສູງຢູ່ຫຼາຍປະເທດ ເອີລົບ. ນີ້ແມ່ນຈຸດໃຈກາງເກີດໂລກລະບາດໂຄວິດ - 19 ໃນປັດຈຸບັນຂອງໂລກ ແລະ ເຊື້ອໄວຣັດສາຍພັນ Omicron ພວມແມ່ນສາຍພັນທີ່ມີຜູ້ຕິດໃໝ່ຫຼາຍທີ່ສຸດຢູ່ບັນດາຈຸດຮ້ອນ ຂອງໂລກ.

ຫຼາຍປະເທດໄດ້ເຫັນປະຈັກຕາການແຜ່ລະບາດຂອງສາຍພັນໃໝ່ ຄື ອາເມລິກາ, ເຢຍລະມັນ, ອັງກິດ, ລັດເຊຍ ແລະ ຕວັກກີ ແລະ ຈຳນວນຜູ້ຕິດເຊື້ອໃໝ່ຍັງຢູ່ລະດັບສູງ. ໃນ1 ວັນຜ່ານມາ, ອາເມລິກາ ແມ່ນປະເທດ ມີຈຳນວນຜູ້ຕິດເຊື້ອໃໝ່ຫຼາຍທີ່ສຸດ (ກ່ວາ 100.000 ຄົນ), ນັບແຕ່ເວລາເກີດໂລກລະບາດມາຮອດປັດຈຸບັນ, ເປັນຄັ້ງທຳອິດ ອັງກິດ ແລະ ຝລັ່ງ ມີຜູ້ຕິດເຊື້ອໃໝ່ ກ່ວາ 100.000 ຄົນ ຕໍ່ວັນ, ໃນຂະນະນັ້ນ ອາເມລິກາ ກໍ່ມີຈຳນວນຜູ້ເສຍຊີວິດໃໝ່ຫຼາຍທີ່ສຸດໃນໂລກ ປະມານ 2000 ຄົນ/ວັນ.

ພາຍຫຼັງປະກົດຂຶ້ນມາເປັນ ເວລາ 2 ປີ, ໂລກລະບາດໄດ້ແຜ່ລະບາດຢູ່ 221 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ