ໂລກມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ກ່​ວາ 77 ລ້ານ​ຄົນ

(VOVWORLD) -ອາເມລິກາ ຍັງຄົງແມ່ນປະເທດຖືກຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 18.265.060 ຄົນ ແລະ ຜູ້ເສຍຊີວິດແມ່ນ 324.875 ຄົນ.
ໂລກມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ກ່​ວາ 77 ລ້ານ​ຄົນ - ảnh 1 ພາບປະກອບ: AP

ຕາມເວັບໄຊສະຖິຕິ Worldomerters.info, ນັບແຕ່ເວລາ 1 ໂມງຂອງວັນທີ 21 ທັນວາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດແມ່ນ 77.156.255 ຄົນ ໃນນັ້ນມີ ຜູ້ເສຍຊີວິດ 1.699.126 ຄົນ. ອາເມລິກາ ຍັງຄົງແມ່ນປະເທດຖືກຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 18.265.060 ຄົນ ແລະ ຜູ້ເສຍຊີວິດແມ່ນ 324.875 ຄົນ, ຖັດຈາກນັ້ນແມ່ນອິນເດຍ ແລະ ບຣາຊິນ.

ຂ່າວກ່ຽວຂ້ອງເຖິງ ເຊື້ອໄວຣັດ SARS – CoV – 2 ສາຍ ພັນໃໝ່ ຢູ່ເອີລົບ, ແດນມາກ ໄດ້ຢັ້ງຢືນມີ ຜູ້ຕິດເຊື້ອໄວຣັດ SARS – CoV – 2 ສາຍພັນໃໝ່ຕື່ມອີກ 9 ຄົນ, ໃນຂະນະທີ່ໂຮນລັງມີ 1 ຄົນ ແລະ ອົດສະຕາລີມີ 1 ຄົນ. ເຖິງຢ່າງໃດກໍ່ຕາມ, ວົງການເຈົ້າໜ້າທີ່ການແພດ ເຢຍລະມັນໃຫ້ຮູ້ວ່າ ບັນດາຊະນິດວັນຊິນທີ່ມີຢູ່ແລ້ວໃນປັດຈຸບັນ ກໍ່ມີປະສິດທິຜົນໃນການປ້ອງກັນ, ສະກັດກັ້ນໄວຣັດສາຍພັນໃໝ່ນີ້ຢູ່ອັງກິດ.

ຕອບກັບ

ຂ່າວ/ບົດ​ອື່ນ