ໂລກ​ຢັ້ງ​ຢືນ​ມີ​ຈຳ​ນວນ​ຜູ້​ຕິດ​ເຊື້ອ Covid – 19 ກ່​ວາ 11,7 ລ້ານ​ຄົນ

(VOVWORLD) -ຢູ່ອາຊີຕາເວັນອອກສ່ຽງໃຕ້, ເຈົ້າໜ້າທີ່ຟີລິບປິນໄດ້ໃຫ້ຮູ້ວ່າ: ໜຶ່ງໃນບັນດາເສັ້ນທາງລົດໄຟໃຕ້ດິນຢູ່ນະຄອນ Manilaຈະຢຸດການເຄື່ອນໄຫວຊົ່ວຄາວພາຍໃນເວລາຢ່າງໜ້ອຍສຸດ 5 ວັນນັບແຕ່ວັນທີ 7 ກໍລະກົດ, ຍ້ອນມີພະນັກງານຮັບໃຊ້ເສັ້ນທາງດັ່ງກ່າວ 186 ຄົນມີຜົນກວດເຊື້ອໄວຣັດ SARS – CoV – 2ເປັນບວກ.

ໂລກ​ຢັ້ງ​ຢືນ​ມີ​ຈຳ​ນວນ​ຜູ້​ຕິດ​ເຊື້ອ Covid – 19 ກ່​ວາ 11,7 ລ້ານ​ຄົນ - ảnh 1ອຳນາດການປົກຄອງ ລັດ , ອົດສະຕາລີມີການກະທຳຕໍ່ການແຜ່ລາມຂອງໂລກລະບາດ Covid - 19

(ພາບ: Getty) 

ຕາມເວັບໄຊ ສະຖິຕິ worldometers.info ໄລ່ຮອດ 8 ໂມງເຊົ້າວັນທີ 7 ກໍລະກົດ (ຕາມເວລາຫວຽດນາມ), ໂລກໄດ້ຢັ້ງຢືນມີຈຳນວນຜູ້ຕິດເຊື້ອພະຍາດ Covid - 19 ກ່ວາ 11,7 ລ້ານຄົນ, ໃນນັ້ນມີ 540.000 ຄົນເສຍຊີວິດ. ອາເມລິກາແມ່ນປະເທດຖືກຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອກ່ວາ 3 ລ້ານຄົນ ແລະ ມີ ກ່ວາ 132.000 ຄົນເສຍຊີວິດ. ຈຳນວນຜູ້ຕິດເຊື້ອຢູ່ອາເມລິກາເພີ່ມຂຶ້ນຢ່າງແຮງ ພາຍຫຼັງການຜ່ອນຜັນບັນດາມາດຕະການຈຳກັດຕ່າງໆ. ຖັດຈາກອາເມລິກາແມ່ນ ບຣາຊິນ.

        ຢູ່ທະວີບອາຟຼິກກາ, ໃນໜຶ່ງວັນ, ອາຟຼິກກາໃຕ້ຢັ້ງຢືນວ່າມີຜູ້ເສຍຊີວິດໃໝ່ຕື່ມອີກ 173 ຄົນຍ້ອນໂລກລະບາດ, ຊຶ່ງແມ່ນຈຳນວນຜູ້ເສຍຊີວິດຫຼາຍທີ່ສຸດນັບແຕ່ເວລາໂລກລະບາດໄດ້ເກີດຂຶ້ນຢູ່ປະເທດນີ້ນັບແຕ່ເດືອນມີນາທີ່ຜ່ານມາ.

        ຢູ່ອາຊີຕາເວັນອອກສ່ຽງໃຕ້, ເຈົ້າໜ້າທີ່ຟີລິບປິນໄດ້ໃຫ້ຮູ້ວ່າ: ໜຶ່ງໃນບັນດາເສັ້ນທາງລົດໄຟໃຕ້ດິນຢູ່ນະຄອນ Manilaຈະຢຸດການເຄື່ອນໄຫວຊົ່ວຄາວພາຍໃນເວລາຢ່າງໜ້ອຍສຸດ 5 ວັນນັບແຕ່ວັນທີ 7 ກໍລະກົດ, ຍ້ອນມີພະນັກງານຮັບໃຊ້ເສັ້ນທາງດັ່ງກ່າວ 186 ຄົນມີຜົນກວດເຊື້ອໄວຣັດ SARS – CoV – 2ເປັນບວກ.

ຕອບກັບ

ຂ່າວ/ບົດ​ອື່ນ