ໂລກຢັ້ງຢືນມີຜູ້ຄິດເຊື້ອໂຄວິດ-19 ຫຼາຍກ່ວາ 250 ລ້ານຄົນ

(VOVWORLD) -        ຕາມເວບໄຊ worldometers.info , ໄລຮອດເວລາ 1 ໂມງ 30 ຂອງວັນທີ 7 ພະຈິກ(ຕາມເວລາ) ໂລກຢັ້ງຢືນມີຜູ້ຕິດເຊື້ອ 250.269.665 ຄົນ, ໃນນັ້ນມີ 5.060.122 ຄົນເສຍຊີວິດ
ໂລກຢັ້ງຢືນມີຜູ້ຄິດເຊື້ອໂຄວິດ-19 ຫຼາຍກ່ວາ 250 ລ້ານຄົນ     - ảnh 1(ພາບປະກອບ)

     ອາເມລິກາຍັງຄົງແມ່ນປະເທດຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຈຳນວນ ຜູ້ຕິດເຊື້ອ 47.313.412 ຄົນ, ໃນນັ້ນມີ 775.095 ຄົນເສຍຊີວິດ. ຢືນອັນດັບທີ 2 ແມ່ນອີນເດຍ ດ້ວຍຈຳນວນ ຜູ້ຕິດເຊື້ອ   34.354.966 ຄົນ, ຖັດມາແມ່ນ ບຣາຊີວ ດ້ວຍຈຳນວນ ຜູ້ຕິດເຊື້ອ 21.874.324 ຄົນ, ໃນນັ້ນມີ 609.417 ຄົນເສຍຊີວິດ .

       ຢູ່ປະເທດຈີນ, ວົງການເຈົ້າໜ້າທີ່ຂະແຫນງສາທາລະນະສຸກໄດ້ປະກາດເມື່ອວັນທີ 6 ພະຈິກວ່າຈະສືບຕໍ່ຮັກສານະໂຍບາຍ “ປອດໂຄວິດໃນຊຸມຊົນ” ແລະຢືນຢັນເຖິງບັນດາມາດຕະການຄວບຄຸມໂລກລະບາດຂອງຈີນ ນັ້ນແມ່ນ “ປະຕິບັດຕາມວິທະຍາສາດ” ປັດຈຸບັນ ຈີນ ພວມພະຍາຍາມຄວບຄຸມໂລກລະບາດຮອບໃໝ່ທີ່ໄດ້ແຜ່ລະບາດກ່ອນນີ້ສອງສາມອາທິດດ້ວຍຈຳນວນຜູ້ຕິດເຊື້ອ 918 ຄົນຢູ່ 44 ນະຄອນຂຶ້ນກັບ 20 ແຂວງຢູ່ປະເທດນີ້.      ວັນທີ 6 ພະຈິກຈີນໄດ້ຢັ້ງຢືນມີຜູ້ຕິດເຊື້ອໃໝ່ 55 ຄົນໃນນັ້ນ 40 ຄົນຕິດແປດໃນຊຸມຊົນ.

      ຢູ່ປະເທດອີຕາລີ ພາຍຫຼັງທີ່ການແຜ່ລະບາດໄດ້ຮັບການຄວບຄຸມຢູ່ໃນລະດັບຕ່ຳ,ປັດຈຸບັນຜູ້ຕິດເຊື້ອໃໝ່ພວມເພີ່ມຂຶ້ນຄືນໃໝ່.

    ສ່ວນຢູ່ປະເທດລັດເຊຍ, ລັດຖະມົນຕີກະຊວງສາທາລະນະສຸກ
ລັດເຊຍ ມີຄາຍ ມູຣາສະໂກ ໄດ້ປະກາດວ່າຕໍ່ໜ້າສະພາບອັດຕາເດັກຕິດໂຄວິດ - 19 ນັບມື້ນັບເພີ່ມຂຶ້ນນັ້ນ, ລັດເຊຍພວມຂະຫຍາຍວັກຊີນປະເພດໜຶ່ງບົນພື້ນຖານຂອງວັກຊີນ ສະປູນິກ 5 ເພື່ອສັກໃຫ້ເດັກນ້ອຍແລະວັກຊີນປະເພດນີ້ ໃນປັດຈຸບັນພວມຢູ່ໃນໄລຍະທົດລອງສຸດທ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ