ໂລກ​ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ກ່​ວາ 31 ລ້ານ​ຄົນ

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 21 ກັນຍາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍກ່ວາ 31,2 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດ 964.700 ຄົນ.
ໂລກ​ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ກ່​ວາ 31 ລ້ານ​ຄົນ - ảnh 1 ພາບປະກອບ: Getty

ອາເມລິກາ, ອິນເດຍ ແລະ ບຣາຊິນ ແມ່ນ 3 ປະເທດທີ່ຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດຈາກໂລກລະບາດ Covid – 19. ໃນນັ້ນ ອາເມລິກາມີຜູ້ຕິດເຊື້ອພະຍາດເກືອບ 7 ລ້ານຄົນ ແລະ ຜູ້ເສຍຊີວິດເກືອບ 204.000 ຄົນ. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ ພຽງແຕ່ໃນຮອບເວລາ 24 ຊົ່ວໂມງ, ອິນເດຍມີຜູ້ຕິດເຊື້ອໃໝ່ຕື່ມອີກ 92,6 ພັນຄົນ ແລະ ຜູ້ເສຍຊີວິດຕື່ມອີກ 1.133 ຄົນໃນທົ່ວປະເທດ.

        ຢູ່ອາຊີ, ນອກຈາກອິນເດຍ ແລ້ວ, ສອງປະເທດເຊິ່ງແມ່ນ ອິນໂດເນເຊຍ ແລະ ຟີລິບປິນ ກໍ່ແມ່ນບັນດາຈຸດຮ້ອນເຮັ່ງຂອງ ໂລກລະບາດ Covid – 19 ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໃໝ່ຕື່ມອີກ ຫຼາຍກ່ວາ 3000 ຄົນໃນຮອບເວລາ 24 ຊົ່ວໂມງ.

ຕອບກັບ

ຂ່າວ/ບົດ​ອື່ນ