ໂລກ​ຢັ້ງຢືນ​ມີ​ຜູ້​ຕິ​ດ​ເຊື້ອ​​ໂຄ​ວິດ - 19​ ​ເກືອບ 16,9 ລ້ານ​ຄົນ

(VOVWORLD) -ອາເມລິກາ ສືບຕໍ່ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19, ດ້ວຍຈໍານວນຜູ້ຕິດເຊື້ອເກືອບ 4,5 ລ້ານຄົນ ແລະ ກວ່າ 152.300 ຄົນເສຍຊີວິດ.

*

ໂລກ​ຢັ້ງຢືນ​ມີ​ຜູ້​ຕິ​ດ​ເຊື້ອ​​ໂຄ​ວິດ - 19​ ​ເກືອບ 16,9 ລ້ານ​ຄົນ - ảnh 1 (ພາບປະກອບ: TTXVN)

        ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ ຂອງວັນທີ 29 ກໍລະກົດ (ຕາມເວລາ UTC), ໃນທົ່ວໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຈໍານວນ 16.883.451 ຄົນ  ແລະ ມີຜູ້ເສຍຊີວິດ662.470 ຄົນ ຍ້ອນໂລກລະບາດດັ່ງກ່າວ. ອາເມລິກາ ສືບຕໍ່ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19, ດ້ວຍຈໍານວນຜູ້ຕິດເຊື້ອເກືອບ 4,5 ລ້ານຄົນ ແລະ ກວ່າ 152.300 ຄົນເສຍຊີວິດ. ຖັດມາຈາກ ອາເມລິກາ ແມ່ນ ບຣາຊິນ ແລະ ອິນເດຍ.

        ຢູ່ ເອີຣົບ, ໃນຂະນະທີ່ ອີຕາລີ ຄິດໄລ່ຊັ່ງຊາການສະເໜີແກ່ຍາວສະພາວະສຸກເສີນນັ້ນ ຝລ່ັງພັດຂຶ້ນແຜນສືບຕໍ່ຜ່ອນຜັນບັນດາມາດຕະການຈໍາກັດ. ວັນທີ 28 ກໍລະກົດ, ສະພາສູງ ອີຕາລີ ໄດ້ສະໜັບສະໜູນເລື່ອງສືບຕໍ່ແກ່ຍາວສະພາວະສຸກເສີນດ້ານສາທາລະນະສຸກ ໄປຈົນຮອດວັນທີ 15 ຕຸລາ ຈະມາເຖິງ ເພື່ອແນໃສ່ສະກັດກັ້ນໂລກລະບາດ ໂຄວິດ - 19. ຂໍ້ສະເໜີດັ່ງກ່າວ ຈະສືບຕໍ່ໄດ້ປ່ອນບັດຢູ່ສະພາຕໍ່າ ອີຕາລີໃນວັນທີ 29 ກໍລະກົດ. ກະຊວງສາທາລະນະສຸກ ອີຕາລີ ແຈ້ງໃຫ້ຊາບວ່າ ຮອດວັນທີ 28 ກໍລະກົດ, ຈໍານວນຜູ້ຕິດເຊື້ອທັງໝົດຢູ່ປະເທດນີ້ ໄດ້ຂຶ້ນເຖິງ 246.488 ຄົນແລ້ວ, ໃນນັ້ນ ມີ 35.123 ຄົນ ເສຍຊີວິດ.


ຕອບກັບ

ຂ່າວ/ບົດ​ອື່ນ