ໂລກ​ຢັ້ງ​ຢືນ​ມີ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ກ່​ວາ 4,82 ລ້ານ​ຄົນ.

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 5 ຕຸລາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 236,1 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 4,82 ລ້ານຄົນ.

ໂລກ​ຢັ້ງ​ຢືນ​ມີ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ກ່​ວາ 4,82 ລ້ານ​ຄົນ. - ảnh 1ພະນັກງານການແພດໄປສີດຢາຂ້າເຊື້ອຢູ່ ລາວ (ພາບ: THX/TTXVN)

ຢູ່ອາຊີຕາເວັນອອກສ່ຽງໃຕ້, ອິນໂດເນເຊຍ ໄດ້ຢັ້ງຢືງມີສັນຍາຍທີ່ສະແດງໃຫ້ເຫັນວ່າ ໂລກລະບາດໂຄວິດ - 19 ພວມມີການຜັນແປທີ່ຕັ້ງໜ້າ, ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ພາຍໃນວັນແມ່ນຢູ່ລະດັບໜ້ອຍສຸດ, ອິນໂດເນເຊຍ ໄດ້ຢັ້ງຢືນຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ ກ່ວາ 4,2 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 142.261 ຄົນ.

ຢູ່ອາຊີໃຕ້, ທ່ານລັດຖະມົນຕີກະຊວງສາທາລະນະສຸກ ອິນເດຍ ໄດ້ປະກາດວ່າ ໄດ້ສັກວັກຊິນເຂັມທີ 1 ໃຫ້ແກ່ຜູ້ເຖິງກະສຽນອາຍຸ ຂອງປະເທດນີ້ ຢ່າງໜ້ອຍສຸດ 70%ແລ້ວ ແລະ ສັກຄົບ2ເຂັມໃຫ້ແກ່ 25 %ແລ້ວ. ໄລ່ຮອດຕອນເຊົ້າວັນທີ 5 ຕຸລາ, ອິນເດຍ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 33,85 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 449.000 ຄົນ. 

ຕອບກັບ

ຂ່າວ/ບົດ​ອື່ນ