ໂລກລະບາດ Covid – 19: ກະຊວງ​ສາທາ​ລະນະ​ສຸກຫວຽດນາມ ​ໃຫ້​ຂ່າວ​ກ່ຽວກັບ​ຜູ້​ຕິດ​ໂລກ​ພະຍາດ Covid – 19 ຜູ້​ທີ 17 ຢູ່​ຮ່າ​ໂນ້ຍ

(VOVWORLD) -ຕອນຄໍ່າວັນທີ 6 ມີນາ, ກະຊວງສາທາລະນະສຸກຫວຽດນາມ ໄດ້ໃຫ້ຂ່າວກ່ຽວກັບຜູ້ຕິດໂລກພະຍາດ Covid – 19 ຜູ້ທີ 17 ຢູ່ຫວຽດນາມ. ຜູ້ຕິດໂລກລະບາດຄົນດັ່ງກ່າວ ແມ່ນຜູ້ຍິງເກີດປີ 1993, ພັກເຊົາຢູ່ເມືອງບາດິ່ງ, ຮ່າໂນ້ຍ ແລະ ປັດຈຸບັນກໍາລັງໄດ້ແຍກຕົວອອກຢູ່ຕ່າງຫາກ ແລະ ໄດ້ຮັບການປິ່ນປົວຢູ່ໂຮງໝໍພະຍາດເຂດຮ້ອນສູນກາງ.

 ພາຍຫຼັງໄດ້ຮັບຂ່າວກ່ຽວກັບກໍລະນີຕິດໂລກພະຍາດດັ່ງກ່າວ, ການນໍາພະແນກສາທາລະນະສຸກຮ່າໂນ້ຍ, ການນໍາ ສູນຄວບຄຸມໂລກພະຍາດຮ່າໂນ້ຍ, ປະທານຄະນະກໍາມະການປະຊາຊົນເມືອງ ບາດິ່ງ, ບັນດາກໍາລັງຂອງຂະແໜງສາທາລະນະສຸກ ແລະ ເມືອງ ບາດິ່ງ ໄດ້ລົງໄປບໍລິເວນເຮືອນພັກເຊົາຂອງຄົນເຈັບ ເພື່ອຊີ້ນໍາປະຕິບັດວຽກງານສະກັດກັ້ນ ແລະ ຕ້ານໂລກລະບາດ.

ໂລກລະບາດ Covid – 19: ກະຊວງ​ສາທາ​ລະນະ​ສຸກຫວຽດນາມ ​ໃຫ້​ຂ່າວ​ກ່ຽວກັບ​ຜູ້​ຕິດ​ໂລກ​ພະຍາດ Covid – 19 ຜູ້​ທີ 17 ຢູ່​ຮ່າ​ໂນ້ຍ - ảnh 1ຜູ້ຕິດໂລກລະບາດຜູ້ທີ 17ໄດ້ແຍກຕົວອອກຢູ່ຕ່າງຫາກ ແລະ ໄດ້ຮັບການປິ່ນປົວຢູ່ໂຮງໝໍພະຍາດເຂດຮ້ອນສູນກາງ

ພະແນກສາທາລະນະສຸກຮ່າໂນ້ຍ ກໍໄດ້ຈັດຕັ້ງການສີດຢາຂ້າເຊື້ອ ຢູ່ເຮືອນພັກເຊົາຂອງຄົນເຈັບ ແລະ ບັນດາເຂດອ້ອມຂ້າງ, ໂຮງໝໍ ແລະ ເຮືອນພັກເຊົາຂອງຜູ້ທີ່ໄດ້ເຂົ້າໃກ້ຄົນເຈັບ. ຜູ້ທີ່ໄດ້ເຂົ້າໃກ້ກັບຄົນເຈັບທັງໝົດ ກໍໄດ້ສົ່ງໄປແຍກຕົວຢູ່ຕ່າງຫາກທີ່ໂຮງໝໍພະຍາດເຂດຮ້ອນສູນກາງ ແລ້ວເອົາຕົວຢ່າງໄປວິໄຈ. ສ່ວນຜູ້ທີ່ໄດ້ເຂົ້າໃກ້ກັບຜູ້ທີ່ໄດ້ສໍາຜັດກັບຄົນເຈັບນັ້ນ ກໍໄດ້ເຮັດບັນຊີລາຍຊື່ ແລະ ຮຽກຮ້ອງໃຫ້ປະຕິບັດການແຍກຕົວຢູ່ກັບບ່ອນພັກເຊົາຕາມຂໍ້ກໍານົດ.

ທາງກະຊວງສາທາລະນະສຸກ ສະເໜີໃຫ້ກະຊວງການຕ່າງປະເທດຫວຽດນາມ ຕິດຕໍ່ພົວພັນກັບບັນດາອົງການການທູດຂອງ ອັງກິດ, ຝລັ່ງ ເພື່ອແຈ້ງຂ່າວກ່ຽວກັບການເດີນທາງ, ບ່ອນຢູ່ຂອງຄົນເຈັບດັ່ງກ່າວ ເພື່ອໃຫ້ເຂົາເຈົ້າມີມາດຕະການຄວບຄຸມ. ສ່ວນຄະນະຊີ້ນໍາແຫ່ງຊາດ ກໍໄດ້ຊີ້ນໍາບັນດາກະຊວງ, ຂະແໜງການກ່ຽວຂ້ອງ ເພື່ອກວດກາຄືນໃໝ່ບັນຊີລາຍຊື່ຜູ້ທີ່ຂີ່ເຮືອບິນລໍາດຽວກັນກັບຄົນເຈັບ (ເຮືອບິນໝາຍເລກ VN0054 ໃນວັນທີ 2 ມີນາ ຜ່ານມາ ຂອງບໍລິສັດການບິນ VietnamAirlines) ເຊິ່ງໄດ້ເຂົ້າເມືອງຫວຽດນາມ, ຢັ້ງຢືນບ່ອນພັກອາໄສຂອງຜູ້ຄົນດັ່ງກ່າວ ເພື່ອແຈ້ງໃຫ້ອໍານາດການປົກຄອງທ້ອງຖິ່ນຮັບຊາບ ແລະ ຈັດຕັ້ງປະຕິບັດການແຍກຕົວຢູ່ຕ່າງຫາກ, ຕິດຕາມກວດສຸຂະພາບ ຢ່າງທັນການຕາມຂໍ້ກໍານົດ.


ຕອບກັບ

ຂ່າວ/ບົດ​ອື່ນ