ໂລກ​ລະ​ບາດ Covid – 19: ທົ່ວ​ໂລກ​ມີ​ຜູ້​ຕິດ​ເຊື້ອພະ​ຍາດ Covid – 19 ເກືອບ 5,5 ລ້ານ​ຄົນ

(VOVWORLD) - ຕາມເວັບໄຊສະຖິຕິ worldometers.info, ໄລ່ຮອດເວລາ 8 ໂມງເຊົ້າວັນທີ 25 ພຶດສະພາ (ຕາມເວລາຫວຽດນາມ), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດCovid -19 ເກືອບ 5,5 ລ້ານຄົນ, ໃນນັ້ນມີເກືອບ 346.500 ຄົນເສຍຊີວິດ, ໂລກລະບາດໄດ້ແຜ່ລາມອອກສູ່ 213 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ.

ປັດຈຸບັນ ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີ ແມ່ນເກືອບ 2,3 ລ້ານຄົນ. ອາເມລິກາ ສືບຕໍ່ຢືນຢູ່ອັນດັບທີ 1 ຂອງໂລກກ່ຽວກັບຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດ,ຖັດຈາກນັ້ນ ແມ່ນ ບຣາຊິນ, ລັດເຊຍ, ແອັດສະປາຍ ແລະ ອັງກິດ.

        ຢູ່ພາກພື້ນອາເມລິກາໃຕ້, ຕາມຕົວເລກສະຖິຕິຂອງກະຊວງສາທາລະນະສຸກ, ບຣາຊິນໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ແມ່ນເກືອບ 350.000ຄົນ, ໃນນັ້ນມີກ່ວາ 22.000 ຄົນເສຍຊີວິດ. ໂລກລະບາດຍັງສືບຕໍ່ມີການຜັນແປຢ່າງສັບສົນໃນພາກພື້ນ ຕາເວັນອອກກາງໃນວັນທີ 24 ພຶດສະພາ, ດ້ວຍຈຳນວນຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດໃນແຕ່ລະວັນລ້ວນແຕ່ຢູ່ລະດັບສູງ. ຕວັກກີຢັ້ງຢືນ ມີຜູ້ຕິດເຊື້ອໃໝ່ຕື່ມອີກ 1.141 ຄົນ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຢູ່ປະເທດນີ້ຂຶ້ນເຖິງ 156.827 ຄົນ, ໃນນັ້ນມີ 4.340 ຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ