ໂລກລະບາດ Covid – 19: ບັນດາ​ທ້ອງ​ຖິ່ນ​ຂອງຫວຽດນາມ ​ໄດ້​ປະ​ຕ​ິບັດ​ວຽກງານ​ແຍກ​ຕົວ​ຕາ​ມຂໍ້ກໍານົດ​ຢ່າງ​ເຂັ້ມ​ງວດ

(VOVWORLD) -ຕາມຄະນະຊີ້ນໍາການສະກັດກັ້ນ ແລະ ຕ້ານເຊື້ອພະຍາດ Covid – 19 ຂອງແຂວງຫວິງຟຸກ ແລ້ວ, ການກໍານົດເວລາການແຍກຕົວປະຊາຊົນຢູ່ຕາແສງເຊີນໂລຍ, ເມືອງບິ່ງຊວຽນ ຈະສິ້ນສຸດລົງໃນເວລາ 00 ໂມງ ຂອງວັນທີ 04 ມີນາ, ເຊິ່ງຄົບ 21 ວັນ ຕາມການກໍານົດ. 

        ເພື່ອສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ Covid – 19, ບັນດາແຂວງ,ນະຄອນຂອງຫວຽດນາມ ທີ່ໄດ້ຕ້ອນຮັບຜູ້ທີ່ກັບມາຈາກ ສ.ເກົາຫຼີ ລ້ວນແຕ່່ໄດ້ຈັດຕັ້ງການແຍກຕົວອອກຢູ່ຕ່າງຫາກ ໄດ້ເປັນຢ່າງດີ, ເປັນຕົ້ນແມ່ນ ໃນຕອນບ່າຍວັນທີ 02 ມີນາ, ຢູ່ແຂວງນິງບິ່ງ ໄດ້ຮັບເອົາຊາວຫວຽດນາມ ທີ່ກັບມາຈາກ ສ.ເກົາຫຼີ ຈໍານວນ 98 ຄົນ ແລ້ວໄດ້ແຍກຕົວອອກຢູ່ຕ່າງຫາກ; ໃນວັນດຽວກັນ, ສະໜາມບິນເກິ່ນເທີ ກໍໄດ້ຕ້ອນຮັບເຮືອບິນ 3 ລໍາ ທີ່ຂົນສົ່ງຜູ້ໂດຍສານທີ່ກັບມາຈາກ ສ.ເກົາຫຼີ ແລະ ໄດ້ສົ່ງໄປແຍກຕົວຢູ່ໂຮງຮຽນການທະຫານແຂວງຊ໊ອກຈັງ. ສ່ວນຢູ່ແຂວງຫວິງລອງ, ກໍໄດ້ຕ້ອນຮັບຊາວຫວຽດນາມ ພ້ອມດ້ວຍຍາດຕິພີ່ນ້ອງຂອງເຂົາເຈົ້າທີ່ໄດ້ກັບມາຈາກ ສ.ເກົາຫຼີ ຈໍານວນ 241 ຄົນ, ປັດຈຸບັນ ກໍາລັງໄດ້ແຍກຕົວອອກຢູ່ຕ່າງຫາກ.

ໂລກລະບາດ Covid – 19: ບັນດາ​ທ້ອງ​ຖິ່ນ​ຂອງຫວຽດນາມ ​ໄດ້​ປະ​ຕ​ິບັດ​ວຽກງານ​ແຍກ​ຕົວ​ຕາ​ມຂໍ້ກໍານົດ​ຢ່າງ​ເຂັ້ມ​ງວດ - ảnh 1 ຜູ້ຕິດເຊື້ອພະຍາດຄົນສຸດທ້າຍ (ຜູ້ນຸ່ງເສື້ອສີຟ້າ) ໄດ້ອອກໂຮງໝໍ ພາຍຫຼັງໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ  (ພາບ: thanhnien.vn)      

        ໃນຂະນະນັ້ນ, ຕາມຄະນະຊີ້ນໍາການສະກັດກັ້ນ ແລະ ຕ້ານເຊື້ອພະຍາດ Covid – 19 ຂອງແຂວງຫວິງຟຸກ ແລ້ວ, ການກໍານົດເວລາການແຍກຕົວປະຊາຊົນຢູ່ຕາແສງເຊີນໂລຍ, ເມືອງບິ່ງຊວຽນ ຈະສິ້ນສຸດລົງໃນເວລາ 00 ໂມງ ຂອງວັນທີ 04 ມີນາ, ເຊິ່ງຄົບ 21 ວັນ ຕາມການກໍານົດ. ໃນໄລຍະຜ່ານມາ, ດ້ວຍການໜູນຊ່ວຍຂອງແຂວງ ແລະ ໜ່ວຍປະຕິບັດງານພິເສດ, ອໍານາດການປົກຄອງ ແລະ ປະຊາຊົນຕາແສງເຊີນໂລຍ ໄດ້ຄວບຄຸມຄວາມສ່ຽງແຜ່ລະບາດເຊື້ອພະຍາດ Covid – 19 ໃນບໍລິເວນ, ບໍ່ມີກໍລະນີຕິດເຊື້ອຕື່ມອີກ. ສໍາລັບບັນດາບຸກຄົນທີ່ຖືກແຍກຕົວເປັນພິເສດ ແລະ ມີຄວາມສ່ຽງສູງໃນການຕິດເຊື້ອພະຍາດດັ່ງກ່າວນັ້ນ, ຜົນການວິໄຈໃນປັດຈຸບັນລ້ວນແຕ່ສະແດງໃຫ້ເຫັນວ່າ ເຂົາເຈົ້າບໍ່ໄດ້ຕິດເຊື້ອພະຍາດດັ່ງກ່າວ. 

ຕອບກັບ

ຂ່າວ/ບົດ​ອື່ນ