ໂລກ​ລ​ະ​ບາດ Covid – 19: ສະ​ມັດ​ຊາ​ໃຫຍ່ສ​ປ​ຊ​ຮັບ​ຮອງ​ເອົາ​ມະ​ຕິ​ຮຽກ​ຮ້ອງ​ໃຫ້​ມີການ​ຮ່ວມ​ມື​ສາ​ກົນ

(VOVWORLD) -ວັນທີ 2 ເມສາ, ສະມັດຊາໃຫຍ່ສປຊໄດ້ຮັບຮອງເອົາມະຕິຮຽກຮ້ອງໃຫ້ມີການຮ່ວມມືສາກົນແລະລັດທິຫຼາຍຝ່າຍໃນບັ້ນຕໍ່ສູ້ກັບໂລກລະບາດ Covid – 19. ນີ້ແມ່ນເອກະສານສະບັບທຳອິດຂອງອົງການສາກົນນີ້ກ່ຽວກັບໂລກລະບາດນັບແຕ່ເມື່ອເກີດໂລກລະບາດ Covid – 19ມາໃນທ້າຍປີ 2019.
ໂລກ​ລ​ະ​ບາດ Covid – 19: ສະ​ມັດ​ຊາ​ໃຫຍ່ສ​ປ​ຊ​ຮັບ​ຮອງ​ເອົາ​ມະ​ຕິ​ຮຽກ​ຮ້ອງ​ໃຫ້​ມີການ​ຮ່ວມ​ມື​ສາ​ກົນ - ảnh 1ກອງປະຂຸມສະມັດຊາໃຫຍ່ ສະຫະປະຊາຊາດ (ພາບ: Reuters) 

ຮ່າງມະຕິໂດຍປະເທດສະວິດ, ອິນໂດເນເຊຍ, ສິງກະໂປ, ນອກແວ, ເລກເຕນສເຕນແລະການາຍື່ນສະເໜີໄດ້ຮັບການໃຫ້ສັດຕະຍາບັນຂອງ 188 ປະເທດໃນຈຳນວນ 193 ປະເທດສະມາຊິກ. ມະຕິກໍ່ໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການເຄົາລົບສິດທິມະນຸດແລະບໍ່ປະໃຫ້ເກີດບໍ່ວ່າຮູບການຈຳແນກການປະພຶດຕໍ່, ຈຳແນກເຊື້ອຊາດຜິວພັນແລະຕ້ານຕ່າງປະເທດໃນການຮັບມືກັບພະຍາດ. ມະຕິໄດ້ຍົກສູງບົດບາດໃຈກາງຂອງ ສປຊ ໃນການດູແລສຸຂະພາບແລະວິກິດການເສດຖະກິດທົ່ວໂລກ.

ມະຕິຂອງ ສະມັດຊາໃຫຍ່ສປຊໄດ້ຮັບຮອງເອົາໂດຍປາສະຈາກລັກສະນະບັງຄັບຄືກັນກັບມະຕິສະບັບຕ່າງໆທີ່ສະພາຄວາມໝັ້ນຄົງສປຊໄດ້ຮັບຮອງເອົາ, ແຕ່ວ່າມັນມີຄຸນຄ່າດ້ານການເມືອງຢ່າງແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ