ໂລກ​ລະ​ບາດ Covid – 19: ຫວຽດ​ນາມ​ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ໃໝ່​​ເພີ່ມ​ອີກ 10 ຄົ​ນ

(VOVWORLD) -ຕອນເຊົ້າວັນທີ 4 ສິງຫາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມມີຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ເພີ່ມອີກ 10 ຄົນ. 

ໂລກ​ລະ​ບາດ Covid – 19: ຫວຽດ​ນາມ​ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ໃໝ່​​ເພີ່ມ​ອີກ 10 ຄົ​ນ - ảnh 1 ຫວຽດນາມມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ທັງໝົດແມ່ນ 652 ຄົນ

(ພາບ: ກະຊວງສາທາລະນະສຸກຫວຽດນາມ)

ໃນນັ້ນມີ 7 ຄົນຢູ່ດ່ານັ້ງ, 3 ຄົນຢູ່ກ໋ວາງນາມ ທີ່ກ່ຽວຂ້ອງເຖິງໂຮງໝໍດ່ານັ້ງ. ປັດຈຸບັນ, ຫວຽດນາມມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ທັງໝົດແມ່ນ 652 ຄົນ, ໃນນັ້ນມີ 374 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ມີ 8 ຄົນເສຍຊີວິດ. ສະເພາະຜູ້ຕິດເຊື້ອຊາວຕ່າງປະເທດ, ມາຮອດປັດຈຸບັນມີຜູ້ຕິດເຊື້ອຊາວຕ່າງປະເທດ 50 ຄົນໄດ້ຮັບການປົ່ນປົວຫາຍດີເປັນປົກກະຕິຈາກຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ