ໂລກ​ລະ​ບາດ Covid – 19: ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ກາຍ​ຈຳ​ນວນ 2 ລ້ານ​ຄົນ​ແລ້ວ

(VOVWORLD) - ຕາມຕົວເລກສະຖິຕິໃນເວັບໄຊworldometers.info, ມາຮອດເວລາ 22 ໂມງ 00 ນາທີໃນວັນທີ 15 ເມສາຕາມເວລາຫວຽດນາມ, ໂລກມີຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19ແມ່ນ 2.025.004 ຄົນ, ມີຜູ້ເສຍຊີວິດແມ່ນ 128.978 ຄົນໃນນັ້ນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 492.763 ຄົນ.
ໂລກ​ລະ​ບາດ Covid – 19: ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ກາຍ​ຈຳ​ນວນ 2 ລ້ານ​ຄົນ​ແລ້ວ - ảnh 1ພະນັກງານການແພດສົ່ງຄົນທີ່ສົ່ງໄສວ່າຕິດເຊື່ອພະຍາດ Covid - 19 ໄປຍັງໂຮງໝໍ (ພາບ: Reuters) 

ອາເມລິກາຍັງຄົງແມ່ນປະເທດມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ສູງທີ່ສຸດໃນໂລກ, ດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 615.406 ຄົນແລະມີຜູ້ເສຍຊີວິດແມ່ນ 26.164 ຄົນ. ຢູ່ເອີລົບ, ແອັດສະປາຍ, ລັດເຊຍແລະແບນຊິກແມ່ນບັນດາປະເທດທີ່ຢັ້ງຢືນມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ລາຍໃໝ່ຕື່ມອີກສູງກ່ວາປະເທດອື່ນໆໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ