ໂລກ​ລະ​ບາດ Covid-19: ກະ​ຊວງ​ສາ​ທາ​ລະ​ນະ​ສຸກປະ​ກາດ​​ມີ 8 ກໍ​ລະ​ນີ ຕິດ​ເຊື້ອ​ພະ​ຍາດ Covid-19 ໃໝ່

(VOVWORLD) - ຕອນຄ່ຳວັນທີ 18 ມີນາ, ກະຊວງສາທາລະນະສຸກປະກາດວ່າຢູ່ຫວຽດນາມມີ 8 ກໍລະນີຕິດເຊື້ອໄວຣັດ SARS-CoV- 2 ຕື່ມອີກ, ໃນນັ້ນ 4 ກໍລະນີແມ່ນຢູ່ຮ່າໂນ້ຍ, 1 ກໍລະນີແມ່ນຢູ່ແຂວງຫ໋າຍເຢືອງ, 2 ກໍລະນີ ແມ່ນຢູ່ນະຄອນໂຮ່ຈີມິນ ແລະ 1 ກໍລະນີແມ່ນຢູ່ແຂວງ ຝູເທາະ. 
ໂລກ​ລະ​ບາດ Covid-19: ກະ​ຊວງ​ສາ​ທາ​ລະ​ນະ​ສຸກປະ​ກາດ​​ມີ 8 ກໍ​ລະ​ນີ ຕິດ​ເຊື້ອ​ພະ​ຍາດ Covid-19 ໃໝ່ - ảnh 1ຄົນເຈັບທຸກຄົນລ້ວນແຕ່ໄດ້ແຍກຕົວປິ່ນປົວຢູ່ບັນດາຮາກຖານສາທາລະນະສຸກ  ແລະ ມີອາການສຸຂະພາບເປັນປົກກະຕິ (ພາບ: VGP)

       ທັງໝົດ 8 ກໍລະນີເຫຼົ່ານັ້ນ ລ້ວນແຕ່ເຂົ້າເມືອງຫວຽດນາມ ໃນ 2 ອາທິດຜ່ານມາ, ໃນນັ້ນ ມີ 2 ຄົນ ເປັນແຂກທ່ອງທ່ຽວຕ່າງປະເທດ. ຄົນເຈັບທຸກຄົນລ້ວນແຕ່ໄດ້ແຍກຕົວປິ່ນປົວຢູ່ບັນດາຮາກຖານສາທາລະນະສຸກ  ແລະ ມີອາການສຸຂະພາບເປັນປົກກະຕິ.

        ແລະ ກໍໃນຄ່ຳຄືນວັນທີ 18 ມີນາ, ກະຊວງສາທາລະນະສຸກຫວຽດນາມ ກໍໄດ້ປະກາດວ່າ ໄດ້ຢັ້ງຢືນບັນດາຖ້ຽວບິນທີ່ມີແຂກທ່ອງທ່ຽວຕິດໂລກລະບາດ Covid-19, ລວມມີ: ຖ້ຽວບິນ MI632 ຂອງບໍລິສັດການບິນ Silkair ຈາກ ສິງກະໂປ ມາຍັງ ດ່າໜັງ ໃນວັນທີ 14 ມີນາ 2020 ແລະ ຖ້ຽວບິນ VN54 ຂອງບໍລິສັດການບິນ Vietnam Airlines ແຕ່ ລອນດອນ ມາ ຮ່າໂນ້ຍ ໃນວັນທີ 13 ມີນາ 2020.

        ກະຊວງສາທາລະນະສຸກ ຫວຽດນາມ ກໍສະເໜີໃຫ້ບັນດາຜູ້ໂດຍສານທັງໝົດໃນບັນດາຖ້ຽວບິນດັ່ງກ່າວ ຕ້ອງຕິດຕໍ່ກັບສູນຄວບຄຸມພະຍາດຂອງບັນດາແຂວງ, ນະຄອນໃນທັນທີ ເພື່ອແນະນຳການຕິດຕາມສຸຂະພາບ.

 

ຕອບກັບ

ຂ່າວ/ບົດ​ອື່ນ