ໂລກ​ລະ​ບາດ Covid-19: ນະ​ຄອນ​ໂຮ່​ຈີ​ມິນ ​ເປີດ​ຕົວ​ຕູ້​ຂ້າ​ເຊື້ອ ປ້ອງ​ກັນ ແລະ ສະ​ກັດ​ກັ້ນ​ເຊື້ອ​ພະ​ຍາດ

(VOVWORLD)    ຕູ້ຂ້າເຊື້ອດັ່ງກ່າວ ສາມາດຂ້າເຊື້ອໄດ້ຢ່າງວ່ອງໄວໃນຮອບເວລາ 30 ວິນາທີຕໍ່ຄົນ.
ໂລກ​ລະ​ບາດ Covid-19: ນະ​ຄອນ​ໂຮ່​ຈີ​ມິນ ​ເປີດ​ຕົວ​ຕູ້​ຂ້າ​ເຊື້ອ ປ້ອງ​ກັນ ແລະ ສະ​ກັດ​ກັ້ນ​ເຊື້ອ​ພະ​ຍາດ - ảnh 1ຕູ້ຂ້າເຊື້ອສາມາດຂ້າເຊື້ອໄດ້ຢ່າງວ່ອງໄວໃນຮອບເວລາ 30 ວິນາທີຕໍ່ຄົນ.(ພາບ: TTXVN) 

ຕອນບ່າຍວັນທີ 18 ມີນາ, ສູນພັດທະນາວິທະຍາສາດ ແລະ ເຕັກໂນໂລຢີ ແຈ໋ (ສັງກັດຄະນະຊາວໜຸ່ມນະຄອນໂຮ່ຈີມິນ) ໄດ້ສົມທົບກັບ ມະຫາວິທະຍາໄລສັບພະວິຊາ ແນະນຳຕູ້ຂ້າເຊື້ອ ເພື່ອແນໃສ່ປ້ອງກັນ ແລະ ສະກັດກັ້ນເຊື້ອພະຍາດ Covid-19 ໃຫ້ແກ່ວົງຄະນະຍາດ. 
        ຕູ້ຂ້າເຊື້ອດັ່ງກ່າວ ສາມາດຂ້າເຊື້ອໄດ້ຢ່າງວ່ອງໄວໃນຮອບເວລາ 30 ວິນາທີຕໍ່ຄົນ.

ຈຸດດີຂອງຕູ້ຂ້າເຊື້ອແມ່ນ ອຸປະກອນຕ່າງໆໄດ້ເຮັດດ້ວຍອາລູມີນຽມແຂງ, ມີທາງເຂົ້າສຳລັບຜູ້ຂີ່ລົດເຂັນ; ເຄື່ອງຈັກ ແລະ ອຸປະກອນ ທີ່ບັນຈຸນ້ຳຢາຂ້າເຊື້ອ ແມ່ນໄດ້ຕິດຕັ້ງຢູ່ທາງນອກ; ສາມາດເອົາອອກ -ເອົາເຂົ້າ ແລະ ເຄື່ອນຍ້າຍໄປມາໄດ້ຢ່າງງ່າຍດາຍ. ຕູ້ຂ້າເຊື້ອດັ່ງກ່າວ ແມ່ນເໝາະສົມສຳລັບການຕິດຕັ້ງຢູ່ບ່ອນທີ່ມີຄວາມສ່ຽງສູງ ເຊັ່ນ: ເຂດແຍກຕົວອອກຢູ່ຕ່າງຫາກຂອງຜູ້ຖືກສົງໄສຕິດເຊື້ອພະຍາດ, ໂຮງໝໍ, ຮ້ານສັບພະສິນຄ້າ, ສະຖານີລົດໄຟ, ຄີວລົດ, ສະໜາມບິນ, ບ່ອນສາທາລະນະ ແລະ ອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ