ໂລກ​ລະ​ບາດ COVID-19: ຜູ້​ໂດຍ​ສານ​ເຂົ້າ​ເມືອງ​ຫວຽດ​ນາມ ຜ່ານ​ດ່ານ​ສາ​ກົນ ໂນ້ຍ​ບ່າຍ ຕ້ອງກວດ​ສຸ​ຂະ​ພາບ​ຢ່າງ​ເຄັ່ງ​ຄັດ

(VOVWORLD) -  ແຕ່ວັນທີ 7 ມີນາ, ຫວຽດນາມ ໄດ້ນຳໃຊ້ການແຈ້ງສຸຂະພາບສຳລັບຜູ້ໂດຍສານທຸກໆຄົນໃນໂລກ ທີ່ໄດ້ມາຫວຽດນາມ ຜ່ານບັນດາດ່ານຊາຍແດນ.
  ໂລກ​ລະ​ບາດ COVID-19: ຜູ້​ໂດຍ​ສານ​ເຂົ້າ​ເມືອງ​ຫວຽດ​ນາມ ຜ່ານ​ດ່ານ​ສາ​ກົນ ໂນ້ຍ​ບ່າຍ ຕ້ອງກວດ​ສຸ​ຂະ​ພາບ​ຢ່າງ​ເຄັ່ງ​ຄັດ - ảnh 1 (ພາບປະກອບ: TTXVN)

       ຜູ້ໂດຍສານອາດຈະແຈ້ງອາການສຸຂະພາບຜ່ານເຈ້ຍ ຫຼື ແຈ້ງທາງເອເລັກໂຕນິກຜ່ານໂທລະສັບມືຖື. ຢູ່ສະໜາມບິນສາກົນໂນ້ຍບ່າຍທີ່ຮ່າໂນ້ຍ, ໃນມື້ທຳອິດປະຕິບັດ, ວຽກງານກວດສຸຂະພາບວັດອຸນຫະພຸມ, ແຈ້ງອາການສຸຂະພາບ ໄດ້ຖືກພະແນກກວດໂລກລະບາດສາກົນ, ສູນຄວບຄຸມໂລກລະບາດນະຄອນຮ່າໂນ້ຍ ປະຕິບັດຢ່າງເຄັ່ງຄັດ. ລະບຽບການທຸກຢ່າງຖືກດຳເນີນຢ່າງວ່ອງໄວ ແລະມີປະສິດທິຜົນ. ຮອດເວລາ 17 ໂມງຂອງວັນທີ 7 ມີນີ, ໄດ້ມີຜູ້ໂດຍສານ ປະມານກວ່າ 4.000 ເທື່ອຄົນເຂົ້າເມືອງຮ່າໂນ້ຍ, ໃນນັ້ນ ມີປະມານ 1.500 ຄົນ ໄດ້ປະຕິບັດການແຈ້ງອາການສຸຂະພາບຜ່ານລະບົບທາງອອນລາຍ ແລະ ສ່ວນທີ່ຍັງເຫຼືອແມ່ນແຈ້ງອາການສຸຂະພາບຜ່ານໃບແຈ້ງຢູ່ດ່ານຊາຍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ