ໂລກລະບາດ COVID-19: ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດຢູ່ທ້ອງຖິ່ນຕ່າງໆ

(VOVWORLD) - ທ່ານລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ໂຕເລິມ ເນັ້ນໜັກວ່າ: ຕຳລວດບັນດາແຂວງ, ນະຄອນ, ທ້ອງຖິ່ນ ສືບຕໍ່ປະຕິບັດການຊີ້ນຳປ້ອງກັນ, ສະກັດກັ້ນ Covid-19 ຢ່າງເຂັ້ມງວດ ແລະ ມີປະສິດທິພົນ.

  ທີ່ກອງປະຊຸມກວດກາວຽກງານຊີ້ນຳ, ນຳພາໜ້າທີ່ການເມືອງ, ໃນນັ້ນ ມີເນື້ອໃນບາງຢ່າງທີ່ກ່ຽວຂ້ອງເຖິງການປ້ອງກັນ, ສະກັດກັ້ນໂລກລະບາດ Covid-19, ຄະນະປະຈຳຄະນະພັກນະຄອນ ຮ່າໂນ້ຍ ພ້ອມກັບການນຳຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຕັດສິນໃຈຈະໜູນຊ່ວຍຢ່າງສຸດຂີດໃຫ້ແກ່ໂຮງໝໍ ແບກມາຍ ກ່ຽວກັບອຸປະກອນການແພດ, ເຄື່ອງວິໄຈ Covid-19. ຄະນະປະຈຳຄະນະພັກນະຄອນ ຮ່າໂນ້ຍ ກໍ່ມອບໜ້າທີ່ໃຫ້ຄະນະຊີ້ນຳການປ້ອງກັນ, ສະກັດກັ້ນ Covid-19 ຂອງນະຄອນ ປະຕິບັດຢ່າງເຂັ້ມງວດຄຳສັ່ງຊີ້ນຳຂອງນາຍົກລັດຖະມົນຕີໃນການປ້ອງກັນ, ສະກັດກັ້ນ Covid-19.

        ແລະກໍ່ໃນວັນດຽວກັນ, ກ່າວຄຳເຫັນທີ່ກອງປະຊຸມແລກປ່ຽນວຽກງານອອນລາຍຂອງຄະນະຊີ້ນຳການປ້ອງກັນ, ສະກັດກັ້ນ Covid-19 ນະຄອນ ໂຮ່ຈີມິນ. ທ່ານ ຫງວຽນແທ່ງຟອງ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ:

        “ພະແນກສາທາລະນະສຸກຄວນກວດກາຢ່າງແໜ້ນແຟ້ນ, ຕ້ອງກຳນົດໄດ້ “ບໍລິເວນຕິດເຊື້ອ Covid-19 ພວມມີຄວາມສ່ຽງແຜ່ລະບາດໃນປະຊາຄົມຫຼືບໍ່”, ການສະເໜີນີ້ ຈະຕັດສິນຕໍ່ຍຸດທະສາດທັງໝົດການປ້ອງກັນ, ສະກັດກັ້ນໂລກລະບາດຂອງນະຄອນ ໂຮ່ຈີມິນ ໃນໄລຍະຈະມາເຖິງ. ສ້າງແຜນການປິ່ນປົວ, ແຍກຕົວໃຫ້ເໝາະສົມກັບຈຳນວນຜູ້ຕິດເຊື້ອ Covid-19, ຮັບປະກັນເພື່ອບັນລຸໄດ້ໝາກຜົນສູງສຸດ.

        ແລະກໍ່ໃນວັນທີ 30 ມີນາ, ທ່ານ ຫງວຽນວັນເຢືອງ, ປະທານຄະນະກຳມະການປະຊາຊົນແຂວງ ດົງທ໊າຍ ໄດ້ຮຽກຮ້ອງກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ຄວບຄຸມເຂດຊາຍແດນຢ່າງເຄັ່ງຄັດ, ບັນດາຂະແໜງການ, ທ້ອງຖິ່ນຕ່າງໆຈົ່ງຂ້ຽວຂາດປະຕິບັດການປ້ອງກັນ, ສະກັດກັ້ນ Covid-19 ໃນບໍລິເວນແຂວງ.

        ທີ່ກອງປະຊຸມທາງອອນລາຍຂອງກະຊວງຕຳຫລວດ ຫວຽດນາມ ກັບຕຳຫລວດແຂວງ, ນະຄອນຂຶ້ນກັບສູນກາງ ກ່ຽວກັບວຽກງານສະຫລຸບໄຕມາດໜຶ່ງ ປີ 2020, ເຊິ່ງດຳເນີນໃນວັນທີ 30 ມີນາ, ທ່ານລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ໂຕເລິມ ເນັ້ນໜັກວ່າ: ຕຳລວດບັນດາແຂວງ, ນະຄອນ, ທ້ອງຖິ່ນ ສືບຕໍ່ປະຕິບັດການຊີ້ນຳປ້ອງກັນ, ສະກັດກັ້ນ Covid-19 ຢ່າງເຂັ້ມງວດ ແລະ ມີປະສິດທິພົນ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ