ໂລກລະບາດ Covid-19: ອິນໂດເນເຊຍ ມີກໍລະນີເສຍຊີວິດຄົນທຳອິດຍ້ອນ Covid-19

(VOVWORLD) - ວັນທີ 11 ມີນາ, ວົງການເຈົ້າໜ້າທີ່ສາທາລະນະສຸກ ອິນໂດເນເຊຍ ປະກາດວ່າ ປະເທດນີ້ ໄດ້ມີກໍລະນີເສຍຊີວິດຄົນທຳອິດ ຍ້ອນຕິດເຊື້ອ Covid-19. 
ໂລກລະບາດ Covid-19: ອິນໂດເນເຊຍ ມີກໍລະນີເສຍຊີວິດຄົນທຳອິດຍ້ອນ Covid-19 - ảnh 1ທ່ານ Achmad Yurianto (ພາບ: CNN Indonesia)

ຕາມທ່ານ Achmad Yurianto ເຈົ້າໜ້າທີ່ກະຊວງສາທາລະນະສຸກ ອິນໂດເນເຊຍ ໃຫ້ຮູ້ວ່າ: ກໍລະນີເສຍຊີວິດດັ່ງກ່າວ ແມ່ນເພດຍິງ, ອາຍຸ 53 ປີ, ເປັນຊາວຕ່າງປະເທດ. ຕອນມາເຂົ້າໂຮງໝໍ ລາວໄດ້ມີອາການຮຸນແຮງທີ່ສຸດແລ້ວ.

        ກ່ອນໜ້ານັ້ນ, ວັນທີ 10 ມີນາ, ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ໄດ້ຮຽກຮ້ອງໃຫ້ມີການສົມທົບ ແລະ ຮ່ວມມືສາກົນໃນຄວາມມານະພະຍາຍາມຮັບມືກັບໂລກລະບາດ Covid-19 ທີ່ພວມແຜ່ລະບາດອອກສູ່ທົ່ວໂລກ.

ໂລກລະບາດ Covid-19: ອິນໂດເນເຊຍ ມີກໍລະນີເສຍຊີວິດຄົນທຳອິດຍ້ອນ Covid-19 - ảnh 2 ທ່ານ Tedros Adhanom Ghebreyesus. ພາບ: AFP/TTXVN

ທ່ານ Tedros Adhanom Ghebreyesus ໃຫ້ຮູ້ວ່າ: WHO ໄດ້ປຶກສາຫາລືກັບບັນດາການນຳກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ແລະ ຈະສືບຕໍ່ປະຕິບັດວິທີສຳຜັດແບບສົມທົບກັນ. ຕາມ ທ່ານ Tedros Adhanom Ghebreyesus ແລ້ວ, ບັນດາກົນໄກສົມທົບກັນອື່ນ, ແມ່ນບັນດາອົງການການເມືອງພາກພື້ນ ເຊິ່ງ WHO ພວມມີການຮ່ວມມືຄື: ສະຫະພາບ ເອີຣົບ, ສະຫະພາບອາຟຣິກາ, ອາຊຽນ ແລະ ບັນດາອົງການຈັດຕັ້ງອື່ນໆອີກ.

ຕອບກັບ

ຂ່າວ/ບົດ​ອື່ນ