ໂລກ​ລະ​ບາດ COVID-19: ເອກ​ອັກ​ຄະ​ລັດ​ຖະ​ທູດ​ອັງ​ກິດ ສົ່ງ​ຄຳ​ຂອບ​ອົກ​ຂອບ​ໃຈ​ມາຍັງບັນ​ດາ​ແພດ​ໝໍ ແລະ ລັດ​ຖະ​ບານ​ຫວຽດ​ນາມ

(VOVWORLD) -ມີແຂກທ່ອງທ່ຽວຊາວອັງກິດຫຼາຍຄົນໄດ້ສະແດງຄວາມຮູ້ບຸນຄຸນຕໍ່ກັບຫວຽດນາມ.

ສະຖານທູດອັງກິດ ປະຈຳ ຫວຽດນາມ ເຜີຍໃຫ້ຮູ້ວ່າ: ທ່ານເອກອັກຄະລັດຖະທູດອັງກິດ Gareth Ward ໄດ້ຖ່າຍທຳເທບວີດີໂອເປັນພາສາຫວຽດນາມ ເພື່ອສະແດງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫຼືອພົນລະເມືອງ ແລະ ແຂກທ່ອງທ່ຽວອັງກິດ. ທ່ານເອກອັກຄະລັດຖະທູດໄດ້ເນັ້ນໜັກວ່າ: ການສະກັດກັ້ນການແຜ່ລະບາດຂອງເຊື້ອໄວຣັດ SARS-CoV-2 ແມ່ນໜ້າທີ່ສຳຄັນແຖວໜ້າຂອງຫວຽດນາມໃນຈຸດເວລານີ້. ທ່ານເອກອັກຄະລັດຖະທູດ Gareth Ward ມີຄວາມປາດຖະໜາຢາກສົ່ງຄຳຂອບອົກຂອບໃຈມາຍັງແພດໝໍ ແລະ ບັນດາອົງການຈັດຕັ້ງ, ລັດຖະບານຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອບັນດາພົນລະເມືອງອັງກິດໃນໄລຍະຜ່ານມາ. ມີແຂກທ່ອງທ່ຽວຊາວອັງກິດຫຼາຍຄົນໄດ້ສະແດງຄວາມຮູ້ບຸນຄຸນຕໍ່ກັບຫວຽດນາມ. ທ່ານຢັ້ງຢືນວ່າ ຈະສືບຕໍ່ຮ່ວມມືກັບຫວຽດນາມຢ່າງແໜ້ນແຟ້ນ ແລະ ຈະເຮັດທຸກສິ່ງທຸກຢ່າງຈົນສຸດຄວາມສາມາດຂອງຕົນເພື່ອສະກັດກັ້ນ ແລະ ຄວບຄຸມເຊື້ອໄວຣັດ SARS-CoV-2 ແລະ ໜູນຊ່ວຍບຸກຄົນທີ່ຕ້ອງການຄວາມຊ່ວຍເຫຼືອໃນຈຸດເວລາທີ່ຫຍຸ້ງຍາກນີ້.


ຕອບກັບ

ຂ່າວ/ບົດ​ອື່ນ