ໂລກລະບາດ Covid-19 ໃນວັນທີ 4 ເມສາ: ມີຜູ້ເສຍຊີວິດເກືອບ 60.000 ຄົນ

(VOVWORLD) -ຕາມການສະຖິຕິຈາກ Worldometers ແລ້ວ, ໄລ່ຮອດຕອນເຊົ້າວັນທີ 4 ເມສາ, ໂລກລະບາດ COVID-19  ໄດ້ແຜ່ລະບາດເຖິງ 205 ປະເທດ ແລະ ເຂດແຄ້ວນ ດ້ວຍກໍລະນີຕິດເຊື້ອແມ່ນກວ່າ 1,09 ລ້ານຄົນ ແລະ ເກືອບ 60.000 ຄົນຖືກເສຍຊີວິດ.

ອາເມລິກາ ພວມແມ່ນສະຖານທີ່ໂລກລະບາດ COVID-19 ແຜ່ລະບາດຮ້າຍແຮງກວ່າໝູ່ໃນໂລກ. ພຽງໃນເວລາ 24 ຊົ່ວໂມງ ປະເທດນີ້ ໄດ້ຢັ້ງຢືນວ່າ ກວດພົບກວ່າ 31.000 ກໍລະນີຕິດເຊື້ອຕື່ມອີກ ຍົກຍອດຈຳນວນຜູ້ຕິດເຊື້ອຂຶ້ນເຖິງກວ່າ 276.000 ຄົນ. ອາເມລິກາ ກໍ່ແມ່ນປະເທດມີຜູ້ເສຍຊີວິດຫລາຍສູດໃນ 24 ຊົ່ວໂມງຜ່ານມາ ດ້ວຍຜູ້ເສຍຊີວິດຍ້ອນ COVID-19 ແມ່ນ ກວ່າ 1.314 ຄົນ. ຜ່ານນັ້ນ ຍົກຍອດຈຳນວນຜູ້ເສຍຊີວິດຢູ່ປະເທດນີ້ຂຶ້ນເຖິງ 7.385 ຄົນ.

 ຕໍ່ຫນ້າການຜັນແປຂອງໂລກລະບາດ, ກ່າວຄຳເຫັນທີ່ການຖະແຫລງຂ່າວຂອງຫນ່ວຍສະເພາະກິດສະກັດກັ້ນ COVID-19 ສັງກັດທຳນຽບຂາວ ໄດ້ດຳເນີນໃນວັນທີ 3 ເມສາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ:

“ໂດຍອີງໃສ່ການຄົ້ນຄວ້າຫວ່າງມໍ່ໆມານີ້ ພວກຂ້າພະເຈົ້າເຫັນວ່າ ເລື່ອງ ໄວຣັດ ຕິດແປດຈາກຄົນທີ່ບໍ່ມີອາການພະຍາດຈະແຈ້ງ ໄດ້ເຮັດໃຫ້ເຊື້ອພະຍາດແຜ່ລະບາດຢ່າງວ່ອງໄວ. ສະນັ້ນ CDC ກ່າວເຕືອນ ຕ້ອງອັດປາກດັງດ້ວຍຜ້າທີ່ບໍ່ນຳໃຊ້ໃຫ້ຂະແຫນງການແພດຄືດັ່ງມາດຕະການຫນຶ່ງເພື່ອເພີ່ມເຕີມໃນການປ້ອງກັນ ສະກັດກັ້ນການຕິດແປດ. ປະຊາຊົນໄດ້ຮັບຄຳເຕືອນວ່າ ຄວນນຳໃຊ້ຜ້າອັດປາກອັດດັງທຳມະດາ ເພາະ ຜ້າອັດປາກອັດດັງນຳໃຊ້ໃນການປິ່ນປົວພະຍາດໃຫ້ຄົນເຈັບຫລື ປະຕິບັດການຜ່າຕັດພຽງແຕ່ແມ່ນແພດໝໍ ທ່ານໝໍປິ່ນປົວຄົນເຈັບໂດຍກົງໃຊ້.”

                   ຢູ່ ເອີລົບ, ການຜັນໄປຂອງໂລກລະບາດພວມສັບສົນທີ່ສຸດ. ປະຈຸບັນ ອີຕາລີ ແລະ ແອດສະປາຍ ພວມມີປະມານ 120.000  ຄົນຖືກຕິດເຊື້ອ. ອີຕາລີ ແມ່ນປະເທດ ມີຜູ້ເສຍຊີວິດຍ້ອນ COVID-19 ຫລາຍສຸດ ດ້ວຍກວ່າ 14.600 ຄົນ. ຖັດມາ ແມ່ນແອດສະປາຍ ມີ 11.000 ຄົນຖືກເສຍຊີວິດ. ໃນຂະນະນັ້ນ ຝລັ່ງ ແມ່ນ 6.500 ຄົນ.

                                                                                      (ນັກຂ່າວ ຟ້າມຮວນ ແລະ ຮີ່ງດຽບ)

ຕອບກັບ

ຂ່າວ/ບົດ​ອື່ນ