ໂລກ​ລະ​ບາດCovid– 19: ເລ​ຂາ​ທິ​ການ​ໃຫຍ່ສ​ປ​ຊ​ ຮຽກ​ຮ້ອງ​ໃຫ້ທົ່ວ​ໂລກສົ​ມ​ທົບ​ກັນ​ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ໂລກ​ລະ​ບາດCovid– 19

(VOVWORLD) -ວັນທີ 19 ມີນາ, ທ່ານ Antonio Guterres ເລຂາທິການໃຫຍ່ສປຊ ໄດ້ກ່າວເຕືອນວ່າຖ້າຫາກວ່າບໍ່ມີການຄວບຄຸມຢ່າງທັນການ, ອາດຈະມີປະຊາຊົນຫຼາຍລ້ານຄົນຢູ່ບັນດາປະເທດທຸກຍາກເສຍຊີວິດຍ້ອນເຊື້ອໄວຣັດ SARS –CoV– 2.
ໂລກ​ລະ​ບາດCovid– 19: ເລ​ຂາ​ທິ​ການ​ໃຫຍ່ສ​ປ​ຊ​ ຮຽກ​ຮ້ອງ​ໃຫ້ທົ່ວ​ໂລກສົ​ມ​ທົບ​ກັນ​ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ໂລກ​ລະ​ບາດCovid– 19 - ảnh 1ທ່ານ Antonio Guterres ເລຂາທິການໃຫຍ່ ສະຫະປະຊາຊາດ (ພາບ: THX/TTXVN)

ຕາມນັ້ນແລ້ວ, ທ່ານກໍ່ຮຽກຮ້ອງໃຫ້ທົ່ວໂລກ ສົມທົບກັນຮັບມືກັບໂລກລະບາດ. ຕາມທ່ານAntonio Guterresແລ້ວ, ບັນດາປະເທດຄວນຢຸດຕິການນຳໃຊ້ຍຸດທະສາດການແພດສະເພາະ, ແທນທີ່ນັ້ນແມ່ນຕ້ອງມີຄວາມໂປ່ງໃສ, ທົ່ວໂລກສົມທົບກັນເພື່ອຊ່ວຍເຫຼືອບັນດາປະເທດທີ່ຍັງບໍ່ທັນກຽມພ້ອມໃຫ້ແກ່ວິກິດການດັ່ງກ່າວ.

ສ່ວນການໜູນຊ່ວຍດ້ານເສດຖະກິດໃນທົ່ວໂລກ, ທ່ານAntonio Guterresຖືວ່າໂລກຕ້ອງສຸມໃສ່ຊ່ວຍເຫຼືອບັນດາກຸ່ມທີ່ມີຄວາມສ່ຽງສູງກ່ວາໝູ່, ໃນນັ້ນມີ: ຜູ້ອອກແຮງງານທີ່ມີລາຍຮັບຕ່ຳ, ວິສາຫະກິດຂະໜາດນ້ອຍແລະກາງ. ກອງທຶນເງິນຕາສາກົນ(IMF), ທະນາຄານໂລກ (WB) ແລະບັນດາລະບອບລະບຽບການດ້ານການເງິນຕ່າງໆໄດ້ສວມບົດບາດສຳຄັນໃນການໜູນຊ່ວຍດ້ານການເງິນໃຫ້ແກ່ບັນດາປະເທດທີ່ພວມປະສົບກັບຄວາມຫຍຸ້ງຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ