ໂລ​ກ​ລະ​ບາດ​ໂຄວິດ - 19: EU ຍັງ​ສາ​ມາດ​ປະ​ສ​ົບ​ຜົນ​ສໍ​າ​ເລັດ​ໃນ​ບັ້ນ​ສັກ​ວັກ​ຊິນ

(VOVWORLD) -ເລື່ອງ AstraZeneca ສົ່ງວັກຊິນຊັກຊ້ານັ້ນ ບໍ່ໝາຍຄວາມວ່າ ໂຄງການສັກວັກຊິນໃນໄຕມາດທຳອິດຂອງປີ 2021 ກໍຈະຖືກຊັກຊ້າໄປຕາມ.
ໂລ​ກ​ລະ​ບາດ​ໂຄວິດ - 19: EU ຍັງ​ສາ​ມາດ​ປະ​ສ​ົບ​ຜົນ​ສໍ​າ​ເລັດ​ໃນ​ບັ້ນ​ສັກ​ວັກ​ຊິນ - ảnh 1ການສັກວັກຊິນກັນພະຍາດໂຄວິດ - 19 ຢູ່ ອີຕາລີ (ພາບ: AFP/TTXVN)

ວັນທີ 14 ມີນາ, ທ່ານ Thierry Breton ກຳມະການຮັບຜິດຊອບກ່ຽວກັບຕະຫຼາດພາຍໃນ ເອີີຣົບ ໃຫ້ຮູ້ວ່າ ສະຫະພາບເອີີຣົບ (ອີຢູ) ສາມາດບັນລຸໄດ້ບັນດາເປົ້າໝາຍຂອງບັ້ນສັກວັກຊິນກັນພະຍາດໂຄວິດ - 19 ຂອງໄຕມາດທຳອິດປີ 2021, ໂດຍບໍ່ຫົວຊາຕໍ່ຄວາມຊັກຊ້າຂອງການສະໜອງວັກຊິນ AstraZeneca. ທ່ານ Thierry Breton ຢັ້ງຢືນວ່າ ເລື່ອງ AstraZeneca ສົ່ງວັກຊິນຊັກຊ້ານັ້ນ ບໍ່ໝາຍຄວາມວ່າ ໂຄງການສັກວັກຊິນໃນໄຕມາດທຳອິດຂອງປີ 2021 ກໍຈະຖືກຊັກຊ້າໄປຕາມ. ທ່ານກໍໃຫ້ຮູ້ວ່າ Pfizer ພວມຜະລິດວັກຊິນຫຼາຍກວ່າປະລິມານທີ່ໄດ້ຄາດຄະເນ ແລະ ນີ້ແມ່ນໂອກາດເພື່ອທົດແທນໃຫ້ການຂາດແຄນແຫຼ່ງສະໜອງວັກຊິນ.


ຕອບກັບ

ຂ່າວ/ບົດ​ອື່ນ