ໂລກ​ລະ​ບາດ​ໂຄວິດ - 19: EU ອະ​ນຸ​ຍາດໃຫ້ ຄ້າ​ຂາຍ ວັກ​ຊິນ​ຂອງ Moderna ຢ່າງ​ເປັນ​ທາງ​ການ

(VOVWORLD) -ທ່ານ Emer Cooke ຜູ້ອຳນວຍການຝ່າຍບໍລິຫານ EMA ໃຫ້ຮູ້ວ່າ ການອອກໃບອະນຸຍາດໃຫ້ແກ່ວັກຊິນຂອງ Moderna ແມ່ນ “ມີເຄື່ອງມືຕື່ມອີກ ເພື່ອຜ່ານຜ່າສະພາວະການສຸກເສີນໃນປັດຈຸບັນ”.
ໂລກ​ລະ​ບາດ​ໂຄວິດ - 19: EU ອະ​ນຸ​ຍາດໃຫ້ ຄ້າ​ຂາຍ ວັກ​ຊິນ​ຂອງ Moderna ຢ່າງ​ເປັນ​ທາງ​ການ - ảnh 1ວັກຊິນກັນພະຍາດໂຄວິດ - 19 ຂອງ ບໍລິສັດການຢາ Moderna Inc (ພາບ: AFP/TTXVN)

ວັນທີ 6 ມັງກອນ, ສະຫະພາບ ເອີລົບ (EU) ໄດ້ອະນຸຍາດໃຫ້ເຄື່ອນຍ້າຍວັກຊິນກັນພະຍາດໂຄວິດ - 19 ໂດຍ ບໍລິສັດການຢາ Moderna Inc (ອາເມລິກາ) ປຸງແຕ່ງ ແລະ ພັດທະນາຢ່າງເປັນທາງການ. ທ່ານນາງ Ursula Von der Leyen ປະທານຄະນະກຳມະການເອີລົບ ໄດ້ ປະກາດຄືດັ່ງກ່າວ ພາຍຫຼັງອົງການຄຸ້ມຄອງການຢາ ເອີລົບ (EMA) ຮັບຮອງເອົາຂໍ້ສະເໜີກ່ຽວກັບການອອກໃບອະນຸຍາດເຄື່ອນຍາຍໃຫ້ແກ່ວັກຊິນດັ່ງກ່າວ.

ທ່ານ Emer Cooke ຜູ້ອຳນວຍການຝ່າຍບໍລິຫານ EMA ໃຫ້ຮູ້ວ່າ ການອອກໃບອະນຸຍາດໃຫ້ແກ່ວັກຊິນຂອງ Moderna ແມ່ນ “ມີເຄື່ອງມືຕື່ມອີກ ເພື່ອຜ່ານຜ່າສະພາວະການສຸກເສີນໃນປັດຈຸບັນ”. ໃນຂະນະນັ້ນ, ທ່ານນາງ Ursula Von der Leyen ໄດ້ເອີ້ນວ່າ ນີ້ແມ່ນຂ່າວດີສຳລັບຄວາມມານະພະຍາຍາມມີວັກຊິນມາສັກໃຫ້ແກ່ຊາວເອີລົບຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ