ໂລກ​ລະບາດ​ໂຄ​ວິດ - 19: WHO ຮຽກຮ້ອງ​ໃຫ້​ມີ​ສະຕິ​ລະ​ວັງ​ຕົວຢ່າງ​ສູງ

(VOVWORLD) - ອົງການອະນາໄມໂລກ (WHO) ຢັ້ງຢືນວ່າ, “ການມີສະຕິລະວັງຕົວຢ່າງສູງ” ແມ່ນສິ່ງທີ່ຈໍາເປັນ ເພາະວ່າ ຫຼາຍປະເທດ ເລີ່ມຍົກເລີກບັນດາຄໍາສັ່ງປິດເມືອງ ເພື່ອແນໃສ່ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໄວຣັດ SARS – CoV – 2. 
ໂລກ​ລະບາດ​ໂຄ​ວິດ - 19: WHO ຮຽກຮ້ອງ​ໃຫ້​ມີ​ສະຕິ​ລະ​ວັງ​ຕົວຢ່າງ​ສູງ - ảnh 1 ປະຊາຊົນ ແອັດສະປາຍ ໄປອອກກໍາລັງກາຍ ພາຍຫຼັງຍົກເລີກຄໍາສັ່ງປິດເມືອງ ໃນວັນທີ 2 ພຶດສະພາ ຜ່ານມາ (ພາບ: TXVN)

        ວັນທີ 11 ພຶດສະພາ, ອົງການອະນາໄມໂລກ (WHO) ຢັ້ງຢືນວ່າ, “ການມີສະຕິລະວັງຕົວຢ່າງສູງ” ແມ່ນສິ່ງທີ່ຈໍາເປັນ ເພາະວ່າ ຫຼາຍປະເທດ ເລີ່ມຍົກເລີກບັນດາຄໍາສັ່ງປິດເມືອງ ເພື່ອແນໃສ່ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໄວຣັດ SARS – CoV – 2. ຄໍາກ່າວເຕືອນດັ່ງກ່າວຂອງ WHO ໄດ້ຍົກອອກມາໃນສະພາບການທີ່ເກີດມີຄວາມວິຕົກກັງວົນໃນທົ່ວໂລກກ່ຽວກັບກະແສຟອງເກີດການຕິດແປດຄັ້ງທີ 2. ກ່າວຄໍາເຫັນທີ່ກອງປະຊຸມອອນລາຍ, ທ່ານປະລິນຍາເອກ Mike Ryan, ຜູ້ຮັບຜິດຊອບໂຄງການບັນດາສະພາວະສຸກເສີນຂອງ WHO ກ່າວເຕືອນວ່າ: “ເຖິງວ່າສະພາບການຂອງໂລກລະບາດຈະສືບຕໍ່ຫລຸດໜ້ອຍລົງກວ່າກໍຕາມ ແຕ່ເມື່ອບໍ່ສາມາດສືບຫາບັນດາກຸ່ມຄົນເຈັບໄດ້ນັ້ນ ເຊື້ອໄວຣັດດັ່ງກ່າວ ກໍ່ອາດຈະລະເບີດຂຶ້ນຄືນໃໝ່ໄດ້ບໍ່ວ່າໃນຈຸດເວລາໃດ. ສ່ວນທ່ານ Tedros Adhanom Ghereyesus ຜູ້ອໍານວຍການໃຫຍ່ WHO ຖືວ່າ ເລື່ອງຍົກເລີກບັນດາຂໍ້ກໍານົດນັ້ນ ແມ່ນ “ສັບສົນ ແລະ ຫຍຸ້ງຍາກຫຼາຍ”.


ຕອບກັບ

ຂ່າວ/ບົດ​ອື່ນ